ສຳເລັດວຽກງານກະກຽມ ພິທີສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະ ດ້ຽນບຽນຝູ


ສຳເລັດວຽກງານກະກຽມ ພິທີສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະ ດ້ຽນບຽນຝູ - ảnh 1

 (ພາບ: TTXVN)

 (vovworld)- ພິທີ​ສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະດ້ຽນບຽນຝູ ປີ​ນີ້ ຖືກ​ຈັດ​ຂຶ້ນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ດ້ວຍ​ຈຸດ​ສຸມ​ແມ່ນ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ, ສວນສະ ໜາມ, ​ເດີນ​ຂະ​ບວນ​ແຫ່​ຢູ່​ແຂວງ​ດ້ຽນບຽນ​ ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ ປຊຊ ​ເກືອບ 15.000 ຄົນ. ທີ່​ການ​ປະຊຸມ​ຂ່າວ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 10/4, ຄະນະ​ຈັດຕັ້ງ ພິທີ​ສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະດ້ຽນບຽນຝູ ​ ລະດັບ​ຊາດ ​ໃຫ້​ຮູ້​ວ່າ: ພິທີ​ສະ​ເຫຼີ​ມສະຫຼອງ​ປີ​ນີ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ພົ້ນ​ເດັ່ນ​ເພື່ອ​ແນ​ໃສ່​ຢັ້ງຢືນ​ຄວາມ​ໝາຍ, ຄຸນຄ່າ​ປະຫວັດສາດ​ອັນ​ຍິ່ງ​ໃຫ່ຍຂອງໄຊຊະນະດ້ຽນບຽນຝູ; ສຶກສາ​ອົບ​ຮົມ, ​ໂຄສະນາ​ໃຫ້​ລຸ່ນໜຸ້ມກ່ຽວ​ກັບ​ມູນ​ເຊື້ອ​ຮັກ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ. ພິທີ​ຍັງ​ແມ່ນ​ໂອກາດ​ແນະນຳ​ກັບ ປຊຊ ພາຍ​ໃນ​ປະ​ເທດ, ​ເພື່ອນມິດ​ສາກົນ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ໃຈ​ກ່ຽວ​ກັບ​ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ຊາດ. ທີ່​ການ​ປະຊຸມ​ຂ່າວ, ທ່ານ​ຮິງ​ຫວິ້ງ​ອາຍ, ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ-​ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “ພິທີສະເຫຼີມສະຫຼອງ 60 ປີແຫ່ງໄຊຊະນະດ້ຽນບຽນຝູ ​ແມ່ນ​ພິທີ​ລະດັບ​ຊາດ, ບໍ່​ພຽງ​ແຕ່​ຈັດ​ຂຶ້ນ​ຢູ່​ດ້ຽນບຽນ​ເທົ່າ​ນັ້ນ ຫາກ​ຍັງ​ຈັດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ. ຈຸດ​ພົ້ນ​ເດັ່ນ​ແມ່ນ​ຈັດ​ງານ​ຊຸມນຸມ​ມິດ​ຕິງ, ສວນສະໜາມ, ​ເດີນ​ຂະ​ບວນ​ແຫ່​ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ສິລະປະຢູ່​ດ້ຽນບຽນ./.

ຂ່າວ/ບົດ​ອື່ນ