“ສຽງເພງບ້ານເກີດເມືອງນອນ“ສະຫງວນໃຫ້ປະຊາຄົມຊາວຫວຽດນາມຢູ່ລາວ

“ສຽງເພງບ້ານເກີດເມືອງນອນ“ສະຫງວນໃຫ້ປະຊາຄົມຊາວຫວຽດນາມຢູ່ລາວ - ảnh 1
(ລາຍການ​ສະ​ແດງ​ສິລະ​ປະ​ຂຳ່ນັບ​ຊົມ​ເຊີຍ​ພັກ,
ຊົມ​ເຊີຍ​ລະດູບານ​ໃໝ່​ປີ​ມະ​ແມ 2015)

(vovworld) - ຕອນ​ຄຳ່​ວັນ​ທີ 1/2, ຢູ່​ສະຖານທູດ​ຫວຽດນາມ​ທີ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ກຳມະການ​ກ່ຽວ​ກັບ​ຊາວ​ຫວຽດນາມ​ ຢູ່​ຕ່າງປະ​ເທດ ​ໄດ້​ສົມທົບ​ກັບ​ສະຖານທູດ​ຫວຽດນາມ​ ປະຈຳ​ລາວ​ ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະ​ຂຳ່ນັບ​ຊົມ​ເຊີຍ​ພັກ, ຊົມ​ເຊີຍ​ລະດູບານ​ໃໝ່​ປີ​ມະ​ແມ 2015. ດ້ວຍ​ຫົວ​ຂໍ້​ວ່າ “​ສຽງ​ເພງ​ກ່ຽວ​ກັບບ້ານ​ເກີດ​ເມືອງ​ນອນ“.

        ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ເລກ​ວົກທິ້ງ, ຮອງ​ຫົວ​ໜ້າຄະນະ​ກຳມະການ​ກ່ຽວ​ກັບ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ແມ້ງ​ຮຸ່ງ, ຜູ້ຕາງໜ້າ​ບັນດາ​ອົງການ​ກ່ຽວຂ້ອງ ​ແລະ ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ລາວ​ ເປັນ​ຈຳນວນ​ຫຼວງ​ຫຼາຍ.

        ບັນດາ​ນັກ​ສິລະ​ປິນ​ໂຮງ​ລະຄອນ​ຕວຍ​ແຈ (​ໄວ​ໜຸ່ມ)​ໄດ້​ສ້າງ​ບັນຍາກາດ​ເຕັມ​ໄປ​ດ້ວຍ​ສີສັນ​ລະດູບານ​ໃໝ່ ​ຜ່ານ​ທຳນອງ​ເພງ, ວາດ​ຟ້ອນ​ ທີ່​ຍ້ອງຍໍ​ສັນລະ​ເສີນ​ບ້ານ​ເກີດ​ເມືອງ​ນອນ, ຍ້ອງຍໍຊົມ​ເຊີຍພັກ, ລະດູບານ​ໃໝ່ ​ແລະ ນຳ້​ໃຈ​ມິດຕະພາບ​ຫວຽດນາມ - ລາວ. ນັກ​ສິນລະປິນ ຮ່ວາຍ​​ເຟືອງ ​ແບ່ງປັນ​ວ່າ, ​ເອື້ອຍ​ໄດ້​ໄປສະ​ແດງ​ຮັບ​ໃຊ້​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຫຼາຍ​ປະ​ເທດ ​ຫຼາຍ​ຄັ້ງ​ແລ້ວ, ​ແຕ່​ເມື່ອ​ສະ​ແດງ​ຢູ່​ລາວ​ ເອື້ອຍ​​ຮູ້ສຶກ​​ຄື​ວ່າພວມ​ສະ​ແດງ​ຢູ່​ຫວຽດນາມ​ແທ້ໆ.

        “ພໍ່​ແມ່​ປະຊາຊົນ​ພວກ​ເຮົາ​ຢູ່​ບ່ອນ​ໃດ​ກໍ່​ມີ​ຄວາມ​ຮັກ​ຕໍ່​ບ້ານ​ເກີດ​ເມືອງນອນ, ຍາມ​ໃດ​ກໍ່​ອ່ວາຍ​ເມືອ​ຫາ​ປະ​ເທດ. ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ທີ່​ສຸດ​ຕໍ່​ອາລົມ​ຈິດ​ທີ່​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ​ສະຫງວນ​ໃຫ້​ພວກ​ຂ້າພະ​ເຈົ້າ. ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ສຸດ​ຈິດ​ສຸດ​ໃຈ, ປະ​ເທດ​ລາວ​ສວຍ​ງາມ, ປະຊາຊົນ​ມີ​ຄວາມ​ຈິງ​ໃຈ ​ແລະ ​ເປັນຕາ​ຮັກ.​ເມື່ອ​ໄປສະ​ແດງ​ຢູ່​ລາວ, ພວກ​ຂ້າພະ​ເຈົ້າ​ຕ່າງ​ກໍ່ຮູ້ສຶກ​ວ່າມີ​ຄວາມ​ໃກ້ຊິດຕິດ​ແທດ ຄື​ໄດ້​ກັບ​ເມືອ​ບ້ານ​ຂອງ​ຕົນ“.

        ສ່ວນທ່ານ ບົວ​ເງິນ ຊາ​ພູ​ວົງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ - ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ​ໃຫ້​ຮູ້​ວ່າ, ບັນດາ​ນັກ​ສິລະ​ປິນຫວຽດນາມ​ ຂັບ​ຮ້ອງ​ມ່ວນ​ຫຼາຍ, ບັນດາ​ບົດ​ເພງ​ກ່ຽວ​ກັບ​ນຳ້​ໃຈ​ມິດຕະພາບ​ຫວຽດນາມ - ລາວ, ເຂົາ​ເຈົ້າ​ຂັບ​ຮ້ອງ​ເປັນ​ພາສາ​ລາວ​​ແຈ້ງ​ດີ​,  ຊັດ​ເຈນ ​ແລະ ​ອອນ​ຊ້ອນທີ່​ສຸດ:


(ທ່ານ ບົວ​ເງິນ ຊາ​ພູ​ວົງ)

ຂ່າວ/ບົດ​ອື່ນ