ສ.ເກົາຫຼີ ກະ​ຕຸກ​ຊຸກ​ຍູ້ ສ​ປ​ປ.ເກົາຫຼີ ເຈ​ລະ​ຈາ​ກ່ຽວ​ກັບ ​ບັນ​ຫານິວ​ເຄຼຍ

(VOVWORLD) -ຄວາມມານະພະຍາຍາມປັດຈຸບັນຂອງ ເຊີອຸນ ແມ່ນພ້ອມກັບ ພຽງຢ່າງ ມຸ່ງໄປເຖິງເປົ້າໝາຍສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ແລະ ສ້າງພື້ນຖານສັນຕິພາບຍາວນານໃນພາກພື້ນ. 
ສ.ເກົາຫຼີ ກະ​ຕຸກ​ຊຸກ​ຍູ້ ສ​ປ​ປ.ເກົາຫຼີ ເຈ​ລະ​ຈາ​ກ່ຽວ​ກັບ ​ບັນ​ຫານິວ​ເຄຼຍ - ảnh 1ການທົດລອງລູກສອນໄຟນຳວິຖີ Hwasong-14 ຂອງ ສປປ.ເກົາຫຼີ ໃນວັນທີ 28/07/2019 (ພາບ: AFP/TTXVN)

ວັນທີ 23 ກຸມພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Choi Jong – Kun ໄດ້ກະຕຸກຊຸກຍູ້ ສປປ.ເກົາຫຼີ ກັບຄືນສູ່ການເຈລະຈາກ່ຽວກັບບັນຫາປອດນິວເຄຼຍ, ພ້ອມທັງຢັ້ງຢືນວ່າ ວິວັດທະນາການສ້າງແຫຼມເກົາຫຼີເປັນເອກະພາບ ແມ່ນເສັ້ນທາງທີ່ຈຳເປັນທີ່ຕ້ອງເປັນໄປ. ກ່າວຄຳເຫັນທີ່ກອງປະຊຸມອອນລາຍ ໃນຂອບເຂດກອງປະຊຸມ ສປຊ ກ່ຽວກັບການຫຼຸດຜ່ອນກຳລັງທັບຢູ່ ເຊີແນວ (ປະເທດສະວິດ), ທ່ານ Choi Jong – Kun ເນັ້ນໜັກວ່າ ຄວາມມານະພະຍາຍາມປັດຈຸບັນຂອງ ເຊີອຸນ ແມ່ນພ້ອມກັບ ພຽງຢາງ ມຸ່ງໄປເຖິງເປົ້າໝາຍສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ແລະ ສ້າງພື້ນຖານສັນຕິພາບຍາວນານໃນພາກພື້ນ. ສ.ເກົາຫຼີ ສືບຕໍ່ຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ຄູ່ຮ່ວມມື ເພື່ອບັນລຸໄດ້ເປົ້າໝາຍລວມ ແມ່ນ ປອດນິວເຄຼຍຢ່າງສິ້ນເຊີງ ໂດຍຜ່ານບັນດາມາດຕະການສ້າງສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ