ສ.​ເກົາຫຼີ ຈັດ​ຕັ້ງ​​ເວທີ​ປາ​ໄສ​ກ່ຽວກັບ​ສັນຕິ​ພາບ​ຢູ່​ແຫຼມ​ເກົາຫຼີ

(VOVWORLD) -ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Chung Sye – kyun ໄດ້ເນັ້ນໜັກການສ້າງສັນຕິພາບແບບຍາວນານ ແມ່ນເສັ້ນທາງ ເຊິ່ງທັງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຕ້ອງກ້າວເດີນໄປ ແລະ ກະຕຸກຊຸກຍູ້ໃຫ້ອໍານາດການປົກຄອງ ພຽງຢາງ ກັບຄືນສູ່ການເຈລະຈາ ເພື່ອໃຫ້ສອງປະເທດສາມາດບັນລຸໄດ້ເປົ້າໝາຍດັ່ງກ່າວ.
ສ.​ເກົາຫຼີ ຈັດ​ຕັ້ງ​​ເວທີ​ປາ​ໄສ​ກ່ຽວກັບ​ສັນຕິ​ພາບ​ຢູ່​ແຫຼມ​ເກົາຫຼີ - ảnh 1ຜູ້ອໍານວຍການສໍານັກຂ່າວສານ Yonhap Cho Sung-boo ກ່າວຄໍາເຫັນທີ່ເວທີປາໄສ (ພາບ: TTXVN)

        ດ້ວຍຫົວຂໍ້ “ໄລຍະຫຼັງໂລກລະບາດໂຄວິດ - 19, ກາລະໂອກາດໃໝ່ໃຫ້ແກ່ແຫຼມເກົາຫຼີ?”, ວັນທີ 30 ມິຖຸນາ, ກະຊວງທ້ອນໂຮມປະເທດຊາດ ສ.ເກົາຫຼີ ໄດ້ສົມທົບກັບສໍານັກຂ່າວສານ Yonhap ຈັດຕັ້ງເວທີປາໄສປະຈໍາປີ ຢູ່ນະຄອນຫຼວງ ເຊີອູນ ກ່ຽວກັບແບບວິທີຊຸກຍູ້ການໄກ່ເກ່ຍປອງດອງ ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ແລະ ສ້າງພ້ືນຖານສັນຕິພາບແບບຍາວນານຢູ່ ແຫຼມເກົາຫຼີ ໃນໄລຍະຫຼັງໂລກລະບາດໂຄວິດ - 19.

        ທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Chung Sye – kyun ໄດ້ເນັ້ນໜັກການສ້າງສັນຕິພາບແບບຍາວນານ ແມ່ນເສັ້ນທາງ ເຊິ່ງທັງສ.ເກົາຫຼີ ແລະ ສປປ.ເກົາຫຼີ ຕ້ອງກ້າວເດີນໄປ ແລະ ກະຕຸກຊຸກຍູ້ໃຫ້ອໍານາດການປົກຄອງ ພຽງຢາງ ກັບຄືນສູ່ການເຈລະຈາ ເພື່ອໃຫ້ສອງປະເທດສາມາດບັນລຸໄດ້ເປົ້າໝາຍດັ່ງກ່າວ.  ທ່ານຢັ້ງຢືນວ່າ ເຊີອູນ ຈະມານະພະຍາຍາມຮັກສາສະຖຽນລະພາບຢູ່ແຫຼມເກົາຫຼີ, ພ້ອມທັງຫວັງວ່າ ພຽງຢາງ ຈະກັບຄືນສູ່ການເຈລະຈາໂດຍໄວ ເພື່ອແນໃສ່ແກ້ໄຂບັນດາບັນຫາຫຍຸ້ງຍາກ ຜ່ານມາດຕະການການທາງການທູດ ແລະ ການຮ່ວມມື ເຊິ່ງສອງຝ່າຍພວມປະເຊີນໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ