ສ.ເກົາຫຼີ, ສປປ.ເກົາຫຼີ ແລກປ່ຽນບັນຊີລາຍຊື່ບັນດາສະມາຊິກຄະນະຜູ້ແທນເຂົ້າຮ່ວມການເຈລະຈາ

(VOVWORLD) -ວັນທີ 16 ມັງກອນ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ແລກປ່ຽນບັນຊີລາຍຊື່ບັນດາສະມາຊິກໃນຄະນະຜູ້ແທນເຂົ້າຮ່ວມການເຈລະຈາຂັ້ນວິຊາການ ເຊິ່ງຄາດວ່າຈະດຳເນີນໃນວັນທີ 17 ມັງກອນ

ສ.ເກົາຫຼີ, ສປປ.ເກົາຫຼີ ແລກປ່ຽນບັນຊີລາຍຊື່ບັນດາສະມາຊິກຄະນະຜູ້ແທນເຂົ້າຮ່ວມການເຈລະຈາ - ảnh 1 ສ.ເກົາຫຼີ, ສປປ.ເກົາຫຼີ ແລກປ່ຽນບັນຊີລາຍຊື່ບັນດາສະມາຊິກຄະນະຜູ້ແທນເຂົ້າຮ່ວມການເຈລະຈາ

(ພາບ: THX/TTXVN)

ກ່ຽວກັບເລື່ອງ ສປປ.ເກົາຫຼີ ເຂົ້າຮ່ວມງານມະຫາກຳກິລາລະດູໜາວ Pyeong Chang 2018. ກະຊວງທ້ອນໂຮມປະເທດຊາດສ.ເກົາຫຼີ ໃຫ້ຮູ້ວ່າ, ຄະນະຜູ້ແທນຂອງປະເທດນີ້ລວມມີສະມາຊິກ 3 ຄົນ ໂດຍທ່ານຮອງລັດຖະມົນຕີກະຊວງດັ່ງກ່າວ Chun Hae sung ນຳໜ້າ. ໃນຂະນະນັ້ນ, ຫົວໜ້າຄະນະເຈລະຈາສປປ.ເກົາຫຼີ ຈະແມ່ນທ່ານ Jon Jong su, ຮອງປະທານຄະນະກຳມະການຟື້ນຟູເອກະພາບສັນຕິພາບສປປ.ເກົາຫຼີ, ອົງການຮັບຜິດຊອບບັນດາບັນຫາລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ.

        ຕາມແຜນການແລ້ວ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະດຳເນີນການເຈລະຈາຂັ້ນວິຊາການໃນວັນທີ 17 ມັງກອນ ຢູ່ເຂດພາກໃຕ້ຂອງບ້ານຢຸດຕິການຮົບ Panmunjom ເພື່ອແນໃສ່ປຶກສາຫາລືລາຍລະອຽດກ່ຽວກັບເລື່ອງສປປ.ເກົາຫຼີ ເຂົ້າຮ່ວມງານມະຫາກຳກິລາລະດູໜາວ Pyeong Chang 2018.

ຕອບກັບ

ຂ່າວ/ບົດ​ອື່ນ