ສ.ເກົາຫຼີ ສະເໜີ ອາເມລິກາ ມານະພະຍາຍາມສ້າງແຫຼມ ເກົາຫຼີ ປອດນິວເຄຼຍ

(VOVWORLD) - ວັນທີ 25 ສິງຫາ, ສ.ເກົາຫຼີ ໄດ້ສະແດງໃຫ້ເຫັນຄວາມເສຍດາຍຕໍ່ເລື່ອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Nike Pompeo ໄດ້ຍົກເລີກແຜນການໄປຢ້ຽມຢາມ ສປປ.ເກົາຫຼີ ໃນອາທິດໜ້າ.
ສ.ເກົາຫຼີ ສະເໜີ ອາເມລິກາ ມານະພະຍາຍາມສ້າງແຫຼມ ເກົາຫຼີ ປອດນິວເຄຼຍ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ  Kang Kyung-wha ແລະ ຄູ່ຕຳແໜ່ງ ອາເມລິກາ Mike Pompeo ພາບ: AFP/ TTXVN

ກະຊວງການຕ່າງປະເທດ ສ.ເກົາຫຼີ ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງສືບຕໍ່ຊອກຫາວິທີການ ເພື່ອໃຫ້ບັນດາການເຈລະຈາລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ອາດຈະປະກອບສ່ວນບັນລຸໄດ້ເປົ້າໝາຍຮ່ວມ ນັ້ນແມ່ນສ້າງແຫຼມ ເກົາຫຼີ ປອດນິວເຄຼຍຢ່າງສີ້ນເຊີງ ແລະ ມີມາດຕະການສັນຕິພາບຍາວນານ.

        ວັນທີ 23 ສິງຫາ, ທ່ານ Pompeo ໄດ້ປະກາດຈະກັບຄືນ ສປປ.ເກົາຫຼີ ໃນອາທິດໜ້າ ເພື່ອກ້າວເຂົ້າໄລຍະຕໍ່ໄປແນໃສ່ຮັບປະກັນ “ເລື່ອງສ້າງແຫຼມເກົາຫຼີປອດນິວເຄຼຍຄັ້ງສຸດທ້າຍ, ສາມາດກວດກາຢ່າງຄົບຖ້ວນ”. ເຖິງຢ່າງໃດກໍ່ຕາມ, ໃນສື່ສັງຄົມອອນລາຍ Twitter, ວັນທີ 24 ສິງຫາ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ: ທ່ານໄດ້ຮຽກຮ້ອງທ່ານລັດຖະມົນຕີການຕ່າງປະເທດ Pompeo ບໍ່ໄປເຖິງ ສປປ.ເກົາຫຼີ ໃນໄລຍະເວລານີ້ ຍ້ອນສາຍເຫດ ຄວາມຄືບໜ້າກ່ຽວຂ້ອງເຖິງເລື່ອງສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ຍັງບໍ່ທັນພຽງພໍ.

ຕອບກັບ

ຂ່າວ/ບົດ​ອື່ນ