ສ.ເກົາຫຼີ ແລະ ​ຈີນ ຄັດ​ຄ້ານ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ສົ່ງ​ເຄື່ອງ​ຂອງ​ບູ​ຊາ​ໄປ​ຍັງ ວິ​ຫານ Yasukuni

(VOVWORLD) - ວັນທີ 15 ສິງຫາ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ອອກແຈ້ງການສະແດງຄວາມບໍ່ພໍໃຈ ເມື່ອບັນດານັກການເມືອງ ຍີ່ປຸ່ນ ຝາກເຄື່ອງຂອງບູຊາ ຫຼື ປະຕິບັດການໄປຢ້ຽມຢາມວິຫານ Yasukuni.       
ສ.ເກົາຫຼີ ແລະ ​ຈີນ ຄັດ​ຄ້ານ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ສົ່ງ​ເຄື່ອງ​ຂອງ​ບູ​ຊາ​ໄປ​ຍັງ ວິ​ຫານ Yasukuni - ảnh 1ວິຫານ Yasukuni (ພາບ: Kyodo/TTXVN)

ໃນກອງປະຊຸມຖະແຫຼງຂ່າວຂອງວັນດຽວກັນຢູ່ນະຄອນຫຼວງ ປັກກິ່ງ, ໂຄສົກກະຊວງການຕ່າງປະເທດ ຈີນ ຫວາງເຫວິນບິນ ໃຫ້ຮູ້ວ່າ ຈີນ ໄດ້ຍົກອອກຖະແຫຼງການ ແລະ ສະແດງທັດສະນະຂອງຕົນຢ່າງຈະແຈ້ງ ຕໍ່ການກະທຳຂອງບັນດານັກການເມືອງ ຍີ່ປຸ່ນ ທີ່ກ່ຽວຂ້ອງເຖິງວິຫານ Yasukuni. ທ່ານໃຫ້ຮູ້ວ່າ ຈີນ ໄດ້ສົ່ງໜັງສືທາງການວ່າດ້ວຍການຄັດຄ້ານ ໄປຍັງ ຍີປຸ່ນກ

        ວິຫານ Yasukuni ຢູ່ໃຈກາງ ໂຕກຽວ, ເປັນບ່ອນບູຊາ ຊາວ ຍີ່ປຸ່ນ 2,5 ລ້ານຄົນ ທີ່ໄດ້ເສຍຊີວິດໃນສົງຄາມໂລກຄັ້ງທີ 2. ສ.ເກົາຫຼີ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງອື່ນຂອງ ຍີ່ປຸ່ນ ໄດ້ຖືວິຫານແຫ່ງນີ້ເປັນສັນຍາລັກຂອງລັດທິຂຸນເສິກ ຍີ່ປຸ່ນ ສະຕະວັດທີ XX.


ຕອບກັບ

ຂ່າວ/ບົດ​ອື່ນ