ສ.ເກົາຫຼີ ແລະ ສ​ປ​ປ.ເກົາຫຼີ ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ເຊັນ​ສັນ​ຍາ ຢຸດ​ຮົບ

(VOVWORLD) - ວັນທີ 27 ກໍລະກົດ, ສປປ.ເກົາຫຼີ ໄດ້ດຳເນີນການສວນສະໜາມ ຢູ່ນະຄອນຫຼວງ ພຽງຢາງ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນເຊັນສົນທິສັນຍາ ຢຸດຍິງ ໃນສົງຄາມ ແຫຼມເກົາຫຼີ. 
ສ.ເກົາຫຼີ ແລະ ສ​ປ​ປ.ເກົາຫຼີ ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ເຊັນ​ສັນ​ຍາ ຢຸດ​ຮົບ - ảnh 1ການນຳສປປ.ເກົາຫຼີ Kim Jong Un ໄດ້ວາງ ດອກໄມ້ອາໄລຫາ ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ພຽງຢາງ (ພາບ: YONHAP/TTXVN)

ຕອນຄ່ຳວັນທີ 27 ກໍລະກົດ, ຕາມເວລາທ້ອງຖິ່ນ, ສ.ເກົາຫຼີໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນເຊັນສົນທິສັນຍາຢຸດຮົບ ໃນສົງຄາມ ສປປ.ເກົາຫຼີ 1950 – 1953 ຢູ່ສູນຮູບເງົາ Busan, ຫ່າງຈາກນະຄອນຫຼວງ ເຊີອູນ 320 ກີໂລແມັດ ໄປທາງທິດຕາເວັນອອກສ່ຽງໃຕ້.

ທີ່ພິທີມີການເຂົ້າຮ່ວມຂອງ ນັກຮົບເກົ່າ, ຍາດຕິພີ່ນ້ອງຂອງນັກຮົບ ພ້ອມກັບບັນດາຄະນະຜູ້ແທນທີ່ມາຈາກ 22 ປະເທດ ເກືອບ 3000 ຄົນ. ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສ. ກ່ອນພິທີ, ການນຳ ສ.ເກົາຫຼີ ໄດ້ໄປຢ້ຽມຢາມເຂດສຸສານອາໄລຫາ ສປຊ ຢູ່ Busan ແລະ ວາງພວງມາລາ ຢູ່ອະນຸສາວາລີ ບັນດາກຳລັງປະກອບອາວຸດ ສປຊ.

ແລະໃນຕອນຄ່ຳວັນດຽວກັນ, ສປປ.ເກົາຫຼີ ໄດ້ດຳເນີນການສວນສະໜາມ ຢູ່ນະຄອນຫຼວງ ພຽງຢາງ ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນເຊັນສົນທິສັນຍາ ຢຸດຍິງ ໃນສົງຄາມ ແຫຼມເກົາຫຼີ.  ຈຸດສຸມຂອງພິທີສະເຫຼີມສະຫຼອງແມ່ນສະແດງກຳລັງແຮງດ້ານການທະຫານ ແລະ ຄວາມສາມັກຄີພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ