ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ ຍິງ​ລູກ​ສອນ​​ໜ້າ​ດິນ​ຕ້ານ​ໜ້າ​ດິນ

(VOVWORLD) - ໃນຕອນເຊົ້າວັນທີ 5 ຕຸລາ, ກອງທັບປະເທດນີ້ ແລະ ອາເມລິກາ ໄດ້ຍິງລູກສອນໄຟໜ້າດິນຕ້ານໜ້າດິນ 4 ລູກໄປເຂດທະເລທາງທິດຕາເວັນອອກ.
ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ ຍິງ​ລູກ​ສອນ​​ໜ້າ​ດິນ​ຕ້ານ​ໜ້າ​ດິນ - ảnh 1(ພາບປະກອບ:  mirror)

ສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ ໄດ້ແຈ້ງໃຫ້ຊາບວ່າ ໃນຕອນເຊົ້າວັນທີ 5 ຕຸລາ, ກອງທັບປະເທດນີ້ ແລະ ອາເມລິກາ ໄດ້ຍິງລູກສອນໄຟໜ້າດິນຕ້ານໜ້າດິນ 4 ລູກໄປເຂດທະເລທາງທິດຕາເວັນອອກ ເຊິ່ງໄດ້ດຳເນີນໃນຂອບເຂດຂອງການຊ້ອມຮົບຮ່ວມ, ພາຍຫຼັງທີ່ ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີໄລຍະກາງ (IRBM) ຜ່ານເຂດນ່ານຟ້າ ຍີ່ປຸ່ນ 1 ວັນ.

        ແຈ້ງການດັ່ງກ່າວໃຫ້ຮູ້ວ່າ ແຕ່ລະຝ່າຍໄດ້ຍິງລູກສອນໄຟ 2 ລູກ ໃນລະບົບລູກສອນໄຟຍຸດທະວິທີ (ATACMS), ເຊິ່ງລ້ວນແຕ່ຍິງຖືກເປົ້າໝາຍສົມມຸດຖານ ແລະ ສະແດງກຳລັງຄວາມສາມາດຂອງສຳພັນທະມິດໃນການນາບຂູ່ການກະທຳເກາະຜິດ.

ຕອບກັບ

ຂ່າວ/ບົດ​ອື່ນ