ສ.ເກົາຫຼີ ແລະ ອາເມລິກາ ສິ້ນສຸດການຊ້ອມຮົບຮ່ວມໄວກວ່າ 1 ວັນ

ສ.ເກົາຫຼີ ແລະ ອາເມລິກາ ສິ້ນສຸດການຊ້ອມຮົບຮ່ວມໄວກວ່າ 1 ວັນ - ảnh 1
ກຳປັ່ນບັນທຸກເຮືອບິນ USS George Washington ຂອງອາເມລິກາ
(ພາບ: VOA)

(vovworld)-  ​ດ້ວຍ​ການ​ກະທຳ​ໜຶ່ງທີ່​ຮັບ​ຖື​ວ່າ​ສາມາດ​ບັນ​ເທົາ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​ເ​ກົາຫຼີ , ວັນ​ທີ 28/8, ສ.​ເກົາຫຼີ ​ແລະ ອາ​ເມ​ລິ​ກາ​ໄດ້​ສິ້ນ​ສຸດ​ການ​ຊ້ອມ​ຮົບ​ຮ່ວມ​ປະຈຳ​ປີ ທີ່​ມີ​ຊື່ວ່າ “ຜູ້​ປົກ​ປັກ​ຮັກສາ​ເສລີພາບ Ulchi ” (UFG) ​ໄວ​ກວ່າ 1 ວັນ​ເມື່ອ​ທຽບ​ໃສ່​ແຜນການ ​ແລະ ການ​ຊ້ອມ​ຮົບ​ຮ່ວມ​ນີ້​ໄດ້​ບັນລຸ​ຈຸດໝາຍ​ທີ່​ໄດ້​ວາງ​ອອກ.

   ກ່ອນ​ໜ້າ​ນັ້ນ, ການ​ຊ້ອມ​ຮົບ​ຮ່ວມ​ UFG ຄາດ​ວ່າ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 18 ຫາ​ວັນ​ທີ 29/8 ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ຄັດຄ້ານ​ຢ່າງ​ຮຸນ​ແຮງ ​ແລະ ນາບ​ຂູ່​ຈະ​ບຸກ​ໂຈມ​ຕີ​ຂອງ ສ.ປ.ປ.​ເກົາຫຼີ. ກ່ອນ​ວັນ​ດຳ​ເນີນ ການ​ຊ້ອມ​ຮົບ​ຮ່ວມ​ປະຈຳ​ປີ​ນີ້, ​ເຊີ​ອູ​ນ​ໄດ້​ສະ​ເໜີ​ດຳ​ເນີນ​ການ​ເຈລະຈາ​ຂັ້ນ​ສູງ​ກັບ​ພຽງ​ຢາງ , ​ແຕ່​ບໍ່​ໄດ້​ຮັບ​ຄຳ​ຕອບ. 

ຂ່າວ/ບົດ​ອື່ນ