ສ.ເກົາຫຼີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ເຂົ້າ​ຮ່ວມ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ນາບ​ຂູ່​ຕໍ່​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ

(VOVWORLD) - ທ່ານ Lim Soo – suk ໂຄສົກກະຊວງການຕ່າງປະເທດ ສ.ເກົາຫຼີ ເນັ້ນໜັກວ່າ ສ.ເກົາຫຼີ ຈະປະຕິບັດສຳເລັດບົດບາດຂອງຕົນໃນການຊອກຫາບັນດາມາດຕະການຮັບມືກັບບັນດາສິ່ງທ້າທາຍທີ່ຮ້າຍແຮງທີ່ພວມນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ສ.ເກົາຫຼີ ເລີ່ມຕົ້ນອາຍຸການ 2 ປີ ເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ນັບແຕ່ປີ 2024 ນີ້. ນີ້ແມ່ນອາຍຸການທີ 3 ຂອງ ສ.ເກົາຫຼີ ດ້ວຍບົດບາດເປັນສະມາຊິກບໍ່ຖາວອນໃນອົງການນີ້, ພາຍຫຼັງ 2 ອາຍຸການທີ່ໄດ້ດຳເນີນກ່ອນໜ້ານັ້ນ ໃນປີ 1996 – 1997 ແລະ ໄລຍະປີ 2013 – 2014.

        ອາຍຸການທີ 3 ຂອງ ສ.ເກົາຫຼີ ດຳເນີນໃນຈຸດເວລາສຳຄັນ ໃນຂະນະທີ່ໂລກພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ. ທ່ານ Lim Soo – suk ໂຄສົກກະຊວງການຕ່າງປະເທດ ສ.ເກົາຫຼີ ເນັ້ນໜັກວ່າ ສ.ເກົາຫຼີ ຈະປະຕິບັດສຳເລັດບົດບາດຂອງຕົນໃນການຊອກຫາບັນດາມາດຕະການຮັບມືກັບບັນດາສິ່ງທ້າທາຍທີ່ຮ້າຍແຮງທີ່ພວມນາບຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ໄປຄຽງຄູ່ກັນນັ້ນ, ສ.ເກົາຫຼີ ຈະປະກອບສ່ວນຊຸກຍູ້ໂຄງການດຳເນີນງານທີ່ກ່ຽວຂ້ອງເຖິງບັນຫາແມ່ຍິງ, ບັນດາໄພນາບຂູ່ເກີດຂຶ້ນໃໝ່, ໃນນັ້ນ ມີຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະ ການປ່ຽນແປງຂອງດິນຟ້າອາກາດ.


ຕອບກັບ

ຂ່າວ/ບົດ​ອື່ນ