ສ.ເກົາຫຼີຖະແຫຼງພະຍາດ MERS ໄດ້ຮັບການ ຄວບຄຸມ

ສ.ເກົາຫຼີຖະແຫຼງພະຍາດ MERS ໄດ້ຮັບການ ຄວບຄຸມ - ảnh 1
(ພາບປະກອບ)

​​(vovworld) - ທ່ານ​​ນາຍົກລັດຖະມົ​ນຕີສ.​ເກົາ​ຫຼີ Hwang Kyo ahn, ວັນ​ທີ 28/07, ຖະ​ແຫຼງວ່າ ພະຍາ​ດ MERS ຢູ່​ປະ​ເທດ​ນີ້​ໄດ້​ຮັບ​ການ​ຄວບ​ຄຸມ​ແລ້ວ. ທ່ານ Hwang Kyo ahn ​ໃຫ້​ຮູ້​ວ່າ, ພາຍຫຼັງ​ຕີ​ລາຄາ​ສະພາບການ, ຖັນ​​ແຖວ​​ແພດ​ໝໍ  ​ແລະ ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ປະ​ເທດ​ນີ້​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ​ໄພ​ນາບ​ຂູ່​ໂດຍ​ພະຍາດ MERS ກໍ​ຂຶ້ນ​ໄດ້ຮັບ​ການ​ຄວບ​ຄຸມ​ແລ້ວ ​ແລະ ທຸກ​ໆ​ຄົນ​ບໍ​່ຕ້ອງ​ເປັນ​ຫ່ວງ​ອີກ. ທ່ານ​​ເນັ້ນ​ໜັກ​ວ່າ, ບັນດາ​ກໍລະ​ນີ້​​​ຖືກ​ສົງ​ໄສ​ວ່າຕິດ​ເຊື້ອ​ພະ​ຍາດ MERS ​ບໍ່​ຕ້ອງ​ແຍກ​ຕົວ​ອີກ ​ແລະ ​ໃນ​ໄລຍະ 3 ສັບປະ​ດາ​ຜ່ານ​ມາ​ ບໍ່ມີ​ກໍລະນີ​ໃດ​ຖືກຕິດ​ໃໝ່. ​ໂຮງໝໍ 15 ​ແຫ່ງ, ​ເຄີຍນຳ​ໃຊ້​ເຂົ້າ​ໃນການສະກັດ​ກັ້ນ​ການ​ແຜ່ນ​ລະບາດ​ຂອງ​ພະຍາດ MERS, ​ໄດ້​ກັບຄືນສູ່​ສະພາບ​ເປັນ​ປົກກະຕິ. ທ່ານ​ກໍ​ສະ​ເໜີ​ໃຫ້​ປະຊາ​ຊົນ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​​ເປັນ​ປົກກະຕິ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ, ວັດທະນະທຳ, ການ​ລະ​ຫຼີ້ນ ​ແລະ ສຶກສາ.

ຂ່າວ/ບົດ​ອື່ນ