ສ.ເກົາຫລີ ເຈລະຈາຍົກສັນຍາການຄ້າເສລີກັບອາຊຽນໃຫ້ຂຶ້ນສູ່ລະດັບໃຫມ່

(VOVWORLD) -ບັນດາປະເທດສະມາຊິກ RCEP ວາງຄາດໝາຍ ສັນຍານີ້ ມີຜົນສັກສິດຢ່າງເປັນທາງການ ນັບແຕ່ວັນທີ 1 ມັງກອນປີ 2022.
ສ.ເກົາຫລີ ເຈລະຈາຍົກສັນຍາການຄ້າເສລີກັບອາຊຽນໃຫ້ຂຶ້ນສູ່ລະດັບໃຫມ່ - ảnh 1ທ່າກ່ຳປັ່ນ container Incheon ຢູ່ ເກົາຫຼີ (ພາບ: AFP/TTXVN)

ວັນທີ 27 ກໍລະກົດ, ກະຊວງການຄ້າ ສ.ເກົາຫລີ ປະກາດວ່າ ປະເທດນີ້ ໄດ້ຜັນຂະຫຍາຍບັນດາການເຈລະຈາກັບ ອາຊຽນ ເພື່ອຍົກສັນຍາການຄ້າເສລີ (FTA) ກັບອາຊຽນ ຂຶ້ນສູ່ລະດັບໃຫມ່ ແລະຫລຸດຜ່ອນບັນດາຮົ້ວກີດຂວາງດ້ານການຄ້າ ໃນສະພາບ ເຊີອູນ ຊອກຫາວິທີຫັນບັນຊີປະເພດສິນຄ້າເປັນຫລາຍຮູບແບບ ແລະ ເປີດກວ້າງການມີຫນ້າຂອງຕົນຢູ່ ອາຊີຕາເວັນອອກສ່ຽງໃຕ້. ຕາມກະຊວງດັ່ງກ່າວແລ້ວ, ບັນດາເຈົ້າຫນ້າທີ່ສອງຝ່າຍ ໄດ້ໂຮມປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບວິທີການເປີດກວ້າງການພົວພັນດ້ານເສດຖະກິດສອງຝ່າຍ.

ສ. ເກົາຫລີ ແລະ ອາຊຽນ ໄດ້ເຫັນດີ ຫລຸດຜ່ອນບັນດາຮົ້ວກີດຂວາງດ້ານການຄ້າ ໃນປີ 2016, ແຕ່ບັນດາການເຈລະຈາກ່ຽວຂ້ອງຖືກຢຸດສະງັກ ຍ້ອນສອງຝ່າຍຕົກລົງສຸມໃສ່ເລື່ອງບັນລຸໃຫ້ໄດ້ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). RCEP ລວມມີ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືຄູ່ເຈລະຈາ ສ.ເກົາຫລີ, ຈີນ, ຍີ່ປຸ່ນ, ອົດສະຕາລີ ແລະ  ນິວເຊີແລນ ຊື່ງໄດ້ລົງນາມທີ່ກອງປະຊຸມສຸດຍອດ ອາຊຽນ ທາງອອນລາຍເມື່ອວັນທີ 15 ພະຈິກ ປີ 2020. ສັນຍາຈະມີຜົນສັກສິດພາຍຫລັງ 60 ວັນ ນັບແຕ່ເມື່ອມີຫນ້ອຍສຸດ 6 ປະເທດສະມາຊິກ ອາຊຽນ ແລະ 3 ປະເທດຄູ່ຮ່ວມມືສຳເລັດວິວັດທະນາການໃຫ້ສັດຕະຍາບັນ ແລະ ສົ່ງເອກະສານໃຫ້ສັດຕະຍາບັນນັ້ນເຖິງທ່ານເລຂາທິການໃຫຍ່ ອາຊຽນ. ບັນດາປະເທດສະມາຊິກ RCEP ວາງຄາດໝາຍ ສັນຍານີ້ ມີຜົນສັກສິດຢ່າງເປັນທາງການ ນັບແຕ່ວັນທີ 1 ມັງກອນປີ 2022.                                                                                                           

ຕອບກັບ

ຂ່າວ/ບົດ​ອື່ນ