ສເກົາຫຼີສະເໜີກໍ່ສ້າງສວນສາທາລະນະ ສາກົນຢູ່ເຂດຊາຍແດນລະຫວ່າງ ສອງພາກເກົາຫຼີ

ສເກົາຫຼີສະເໜີກໍ່ສ້າງສວນສາທາລະນະ ສາກົນຢູ່ເຂດຊາຍແດນລະຫວ່າງ ສອງພາກເກົາຫຼີ - ảnh 1
ທ່ານ​ນາງປະທາ​ນາ​ທິບໍດີ​ສ​ເກົາຫຼີ Park Geun Hye

(ພາບ: cpnagasaki)

(vovworld)- ​ໃນ​ການ​ກະທຳທີ່​ໄດ້​ຮັບ​ຮູ້​ວ່າ​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ແຫຼມ​ເກົາຫຼີ​ ​ໃນປະຈຸ​ບັນ, ວັນ​ທີ 8/5, ທ່ານ​ນາງ Park Geun Hye ປະທາ​ນາ​ທິບໍດີ​ສ​ເກົາຫຼີ ​ໄດ້​ສະ​ເໜີ​ກໍ່ສ້າງ​ສວນສາທາລະນະ​ສາກົນ​ແຫ່ງ​ໜຶ່ງ​ໃນ​ເຂດ​ຊາຍ​ແດນ​ລະຫວ່າງສ​ເກົາຫຼີ ​ແລະ ສ​ປປເກົາຫຼີ. ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ສະພາ​ຕ່ຳ ​ແລະ ສະພາ​ສູງ​ອາ​ເມ​ລິ​ກາ ຢູ່ວໍ​ຊິງ​ຕັນ, ທ່ານ​ນາງ Park Geun Hye ຖື​ວ່າ: ​ເຂດ​ປອດ​ການ​ທະຫານ (DMZ) ​​ແມ່ນ​ເຂດ​ປັບປຸງ​ສັນຕິພາບ​ຫາກ​ບໍ່​ແມ່ນທຳລາຍ​ສັນຕິພາບ​ ​ແລະ ຫວັງ​ວ່າ ສອງ​ຝ່າຍ​ຈະກໍ່ສ້າງ​ສວນສາທາລະນະ​ສາກົນ​ແຫ່ງ​ໜຶ່ງຢູ່​ພາຍ​ໃນ​ເຂດ DMZ, ຖື​ວ່າ: ນີ້​ແມ່ນ​ສານ​ສັນຕິພາບ​ທີ່ຝາກ​​ເຖິງ​ໂລກ. ທ່ານ​ນາງປະທາ​ນາ​ທິບໍດີ​ສ​ເກົາຫຼີ Park Geun Hye ຖື​ວ່າ, ຂໍ້​ສະ​ເໜີ​ນີ້​ແມ່ນ​ສ່ວນ​ໜຶ່ງ​ໃນ​ແນວ​ຄວາມ​ຄິດ​ຂອງ​ທ່ານ​ນາງ​ກ່ຽວ​ກັບ​ການ​ສ້າງ​ການ​ພົວພັນ​ລະຫວ່າງ​ສອງ​ພາກ​ເກົາຫຼີ​ ​ໃຫ້ເປັນ​ປົກກະຕິ ​ໃນ​ວິວັດ​ການ​ຊອກ​ຫາ​ມາດ​ຕະການ​ມຸ້ງ​ໄປ​ເຖິງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ແຫຼມ​ເກົາຫຼີ ຊື່​ງທ່ານ​ນາງ​ໄດ້​ຍົກ​ອອກ​ມາ​ໃນ​ບັ້ນຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງປະທານາ ທິບໍດີ​ຫວ່າງ​ແລ້ວ​ນີ້.

ຂ່າວ/ບົດ​ອື່ນ