ສ.ເກົາຫຼີແລະ ສປປ.ເກົາຫຼີຍິງປຶນ ໃສ່ກັນຢູ່ເຂດຊາຍແດນ


 ສ.ເກົາຫຼີແລະ  ສປປ.ເກົາຫຼີຍິງປຶນ ໃສ່ກັນຢູ່ເຂດຊາຍແດນ - ảnh 1

(ພາບ: .tienphong.vn)

 (vovworld)- ​ ວັນ​ທີ 19/10, ນັກຮົບ ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ​ ​ໄດ້ຍິງ​ປຶ​ນ​ໃສ່​ກັນຢູ່​ເຂດ​ຊາຍ​ແດນທາງບົກ​ຊື່​ງ​ໄດ້ຮັບ​ການ​ປ້ອງ​ກັນ​ຢ່າງ​ເຂັ້ມງວດ. ນີ້​ແມ່ນ​ການ​ຍິງ​ປືນ​ຄັ້ງທີ 2 ​ໃນ​ເດືອນ 10 ນີ້​ລະຫວ່າງ​ສອງ​ຝ່າຍ​ຢູ່​ເຂດ​ຊາຍ​ແດນ​ຂຶ້ນ​ກັບ​ນະຄອນ Paju, ​ແຂວງ Gyeonggi. ການ​ຍິງ​ປືນ​ດຳ​ເນີນ​ໄປ​ໃນ​ເວລາ​ປະມານ 10 ນາທີ, ປະຈຸ​ບັນ​ສອງ​ຝ່າຍ​ຍັງ​ບໍ່​ທັນ​ຍົກ​ອອກ​ຂ່າວ​ກ່ຽວ​ກັບ​ສະພາບ​ບາດ​ເຈັບ​ລົ້ມຕາຍ​ເທື່ອ. ກ່ອນ​ໜ້ານັ້ນ, ​ໃນ​ວັນ​ທີ 10/10, ສອງ​ພາກ​ເກົາຫຼີ ກໍ່​ໄດ້​ຍິງ​ປືນ​ໃສ່​ກັນ​ຢູ່​ມໍ່​ກັບ​ເຂດ​ຊາຍ​ແດນ​ທະຫານ. ນີ້​ແມ່ນ​ຄັ້ງທຳ​ອິດ​ໃນ​ຮອບ 4 ປີຜ່ານມາ, ສອງ​ພາກ​ເກົາຫຼີ​ໄດ້​ຍິງ​ປືນ​ໃສ່​ກັນ​ທາງບົກ./.
ຂ່າວ/ບົດ​ອື່ນ