ສ.ເກົາຫຼີແລະສປປ.ເກົາຫຼີເຫັນດີຈັດການເຈລະຈາຂັ້ນສູງຢູ່ບ້ານຢຸດຮົບ Panmunjom

(VOVWORLD) -ວັນທີ 15 ພຶດສະພາ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ເຫັນດີຈັດການເຈລະຈາຂັ້ນສູງໃນວັນທີ 16 ພຶດສະພາ, ຢູ່ຫໍສັນຕິພາບ (ຂຶ້ນກັບຜືນແຜ່ນດິນຂອງສ.ເກົາຫຼີ) ຢູ່ບ້ານຢຸດຮົບ Panmunjom.

ຈຸດປະສົງຂອງການພົບປະຂັ້ນສູງແມ່ນເພື່ອແນໃສ່ປຶກສາຫາລືບັນດາມາດຕະການປະຕິບັດ “ຖະແຫຼງການຮ່ວມ Panmunjom” ເພື່ອສັນຕິພາບ, ເອກະພາບ ແລະ ຄວາມວັດທະນາຖາວອນໃນແຫຼມເກົາຫຼີ ເຊິ່ງທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ການນຳສປປ.ເກົາຫຼີ ບັນລຸໄດ້ໃນການພົບປະຄັ້ງປະຫວັດສາດເມື່ອວັນທີ 24 ເມສາ.

      ຄະນະຜູ້ແທນສປປ.ເກົາຫຼີ ລວມມີ 5 ຄົນ, ໂດຍທ່ານປະທານຄະນະກຳມະການສັນຕິພາບ ແລະ ເອກະພາບສປປ.ເກົາຫຼີ Ri Son kwan ນຳໜ້າ. ໃນຂະນະນັ້ນ, ຄະນະຜູ້ແທນສ.ເກົາຫຼີ ລວມມີ 5 ຄົນເຂົ້າຮ່ວມ ໂດຍທ່ານລັດຖະມົນຕີກະຊວງເອກະພາບ Cho myong kyun ນຳໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ