ສ.ເກົາຫຼີແລະອາຊຽນເພີ່ມທະວີການຮ່ວມມື

(VOVWORLD) -ວັນທີ 17 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung wha ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi ຢູ່ນະຄອນຫຼວງເຊີອຸນ ແນໃສ່ປຶກສາຫາລືວິທີການເພີ່ມທະວີການຮ່ວມມືກັບບັນດາປະເທດອາຊຽນ ເພື່ອຊຸກຍູ້ນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງລັດຖະບານປະເທດນີ້.

ສ.ເກົາຫຼີແລະອາຊຽນເພີ່ມທະວີການຮ່ວມມື - ảnh 1 ທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung wha

ຕ້ອນຮັບທ່ານເລຂາທິການໃຫຍ່ອາຊຽນ Lim Jock Hoi

(ພາບ: YONHAP/TTXVN)

ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ Kang Kyung wha ສະເໜີການຮ່ວມມືກັບທ່ານເລຂາທິການໃຫຍ່ Lim Jock Hoi ກໍ່ຄືກັບບັນດາປະເທດອາຊຽນ ເພື່ອສາມາດຊຸກຍູ້ການຮ່ວມມືລະຫວ່າງສ.ເກົາຫຼີ ແລະ ອາຊຽນ ໃນຫຼາຍຂົງເຂດຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ພະລັງງານ, ແຫຼ່ງຊັບພະຍາກອນນ້ຳ ແລະ ຄົມມະນາຄົມ.

        ສ່ວນທ່ານເລຂາທິການໃຫຍ່ Lim Jock Hoi ກໍ່ຕີລາຄາສູງເຈດຈຳນົງຂອງລັດຖະບານ.ເກົາຫຼີ ເພື່ອແນໃສ່ສ້າງບາດລ້ຽວໃນການພົວພັນກັບອາຊຽນ ໂດຍຜ່ານນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່, ພ້ອມທັງສະແດງຄວາມຫວັງວ່າ, ການພົບປະຂັ້ນສຸດຍອດລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ເຊິ່ງດຳເນີນໃນວັນທີ 18 ກັນຍາ ຈະບັນລຸຜົນສຳເລັດຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ