ສ.ເຊັກໂກຕີລາຄາສູງບົດບາດຂອງ EVFTA ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດກັບຫວຽດນາມ

(VOVWORLD) -ຫາງສຽງສ.ເຊັກໂກ ເວົ້າສະເພາະ ແລະ EU ເວົ້າລວມລ້ວນແຕ່ສະໜັບສະໜູນການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ (EVFTA) ແລະ ສັນຍາກ່ຽວກັບການອາລັກຂາການລົງທຶນ (EVIPA) ໂດຍໄວ

ປະກອບສ່ວນເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ ກັບ EU, ໃນນັ້ນມີສ.ເຊັກໂກ. ຕາມທ່ານນາງ Lucie Vondrackova, ຫົວໜ້າກົມນະໂຍບາຍການຄ້າ ແລະ ບັນດາອົງການເສດຖະກິດສາກົນ ຂຶ້ນກັບກະຊວງອຸດສາຫະກຳການຄ້າສ.ເຊັກໂກ ແລ້ວ, EVFTA ໄດ້ນຳມາເຊິ່ງຜົນປະໂຫຍດສຳຄັນຫຼາຍຢ່າງໃຫ້ແກ່ຫວຽດນາມ ແລະ EU. ໜຶ່ງໃນບັນດາຜົນປະໂຫຍດອັນໃຫຍ່ຫຼວງທີ່ສຸດຂອງ EVFTA ແມ່ນການລົບລ້າງ 99% ຂອງບັນດາປະເພດພາສີ ຊ່ວຍປະຢັດລາຍຈ່າຍໃຫ້ແກ່ບັນດານັກສົ່ງອອກ ກໍຄືບັນດານັກນຳເຂົ້າຂອງຫວຽດນາມ, ສ.ເຊັກໂກ ແລະ EU. ສິ່ງດັ່ງກ່າວໄດ້ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດສ.ເຊັກໂກ ສົ່ງອອກສິນຄ້າໃນບັນດາຂົງເຂດທີ່ມີທ່າແຮງຄື: ອຸດສາຫະກຳເຄື່ອງຕ່ຳແຜ່ນຕັດຫຍິບ, ແກ້ວ, ລົດໂອໂຕ, ເຄື່ອງກົນຈັກ…. ເລື່ອງ EU ລົງນາມໃນ FTA ກັບຫວຽດນາມ ເວົ້າສະເພາະ ແລະ ບັນດາປະເທດອາຊຽນ ເວົ້າລວມ ຈະຊ່ວຍຫັນບັນດານະໂຍບາຍບຸລິມະສິດຂອງ EU ໃນການສຳຜັດກັບຕະຫຼາດອາຊຽນ ໃຫ້ປະກົດຜົນເປັນຈິງ ແລະ ອາຊຽນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບທີ 3 ຂອງ EU.

ຕອບກັບ

ຂ່າວ/ບົດ​ອື່ນ