ສື່ເອເລັກໂຕນິກ 38 North: ສປປ ເກົາຫຼີ ເລີ່ມຮື້ມ້າງສະຖານທີ່ທົດລອງລູກສອນໄຟ

(VOVWORLD) - ນີ້ອາດຈະໄດ້ຮັບຖືວ່າແມ່ນການກະທຳສຳຄັນຂອງ ພຽງຢາງ ນັບແຕ່ພາຍຫຼັງກອງປະຊຸມສຸດຍອດກັບ ອາເມລິກາ ລະຫວ່າງການນຳ ສປປເກົາຫຼີ Kim Jong- un

ວັນທີ 23 ກໍລະກົດ, ສື່ເອເລັກໂຕນິກ 38 North ໄດ້ໃຫ້ຂ່າວວ່າ: ເກືອບຄືວ່າ ສປປ ເກົາຫຼີ ໄດ້ເລີ່ມຜັນຂະຫຍາຍການເຄື່ອນໄຫວຮື້ມ້າງບັນດາຮາກຖານສຳຄັນນອນໃນສະຖານທີ່ທົດລອງ ລູກສອນໄຟ Sohae. ນີ້ອາດຈະໄດ້ຮັບຖືວ່າແມ່ນການກະທຳສຳຄັນຂອງ ພຽງຢາງ ນັບແຕ່ພາຍຫຼັງກອງປະຊຸມສຸດຍອດກັບ ອາເມລິກາ ລະຫວ່າງການນຳ ສປປເກົາຫຼີ Kim Jong- un ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ສິງກະໂປ ໃນເດືອນກ່ອນ. ສື່ເອເລັກໂຕນິກຕິດຕາມສະເພາະການເຄື່ອນໄຫວຢູ່ ສປປ ເກົາຫຼີ ກໍ່ຖືວ່າ: ຮູບພາບທີ່ເກັບກຳມາໄດ້ຈາກດາວທຽມກ່ຽວກັບການເຄື່ອນໄຫວຢູ່ສະຖານທີ່ທົດລົງ Sohae ໄດ້ສະແດງໃຫ້ເຫັນວ່າ ສປປ ເກົາຫຼີ ເລີ່ມວິວັດການຮື້ມ້າງອາຄານຫຼັງໜຶ່ງ ແລະ ລະບົບໜູນຊ່ວຍການຍິງລູກສອນໄຟ 1 ລະບົບ. ທ່ານ Joseph Bermudez, ນັກວະເຄາະຂອງ 38 North ເອີ້ນການກະທຳນີ້ແມ່ນ “ບາດກ້າວສຳຄັນທຳອິດ” ຂອງ ສປປ ເກົາຫຼີ ໃນການປະຕິບັດບັນດາຄຳໝັ້ນສັນຍາທີ່ບັນລຸໄດ້ຢູ່ກອງປະຊຸມສຸດຍອດ ອາເມລິກາ - ສປປ ເກົາຫຼີ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ