ຫັນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ ລະ​ຫວ່າງ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ກາ​ນາ​ດາ - ອາຊຽນ ແລະ ນະ​ຄອນ ໂຮ່​ຈີ​ມິນ ເປັນ​ລະ​ອຽດ

(VOVWORLD) - ນະຄອນໂຮ່ຈີມິນ ແລະ ການາດາ ມີຄວາມສາມາດບົ່ມຊ້ອນໃນການຮ່ວມມືໃນຫຼາຍຂົງເຂດ ນັບແຕ່ກະສິກຳ, ອຸດສາຫະກຳ, ການບໍລິການ ຕະຫຼອດຮອດວິທະຍາສາດ - ເຕັກໂນໂລຢີ… 
ຫັນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ ລະ​ຫວ່າງ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ກາ​ນາ​ດາ - ອາຊຽນ ແລະ ນະ​ຄອນ ໂຮ່​ຈີ​ມິນ ເປັນ​ລະ​ອຽດ - ảnh 1ບັນຍາກາດການເຮັດວຽກ (ພາບ: TTXVN)

ເຖິງຢ່າງໃດກໍຕາມ, ສອງຝ່າຍຕ້ອງຫັນບັນດາຂົງເຂດຮ່ວມມືເປັນລະອຽດ ໂດຍຜ່ານການລົງນາມໃນບົດບັນທຶກຊ່ວຍຈຳ ແລະ ແລກປ່ຽນຄະນະຜູ້ແທນທຸກຂັ້ນເພື່ອກຳໄດ້ເຖິງຄວາມຕ້ອງການ, ຄວາມປາດຖະໜາຂອງກັນເພື່ອແນໃສ່ຊຸກຍູ້ການພັດທະນາໃຫ້ທັງສອງຝ່າຍ. ນີ້ແມ່ນເນື້ອໃນໂດຍທ່ານ ຫວໍວັນຮວານ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ເນັ້ນໜັກເຖິງໃນການຕ້ອນຮັບທ່ານ Nicholas Stipp, ຫົວໜ້າຄັງເງິນສະພາດຳເນີນທຸລະກິດ ການາດາ - ອາຊຽນ ໃນວັນທີ 27 ມີນາ.     

        ເມື່ອແລກປ່ຽນກັບຜູ້ຕາງໜ້າການນຳນະຄອນ ໂຮ່ຈີມິນ, ບັນດາສະມາຊິກສະພາດຳເນີນທຸລະກິດ ການາດາ - ອາຊຽນ ໄດ້ແບ່ງປັນກ່ຽວຄວາມສາມາດບົ່ມຊ້ອນໃນການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຄວາມປອດໄພໄຊເບີ… ຜ່ານການຮ່ວມມື, ວິສາຫະກິດການາດາ ມີຄວາມປາດຖະໜາຢາກກາຍເປັນຂົວຕໍ່ຊ່ວຍວິສາຫະກິດ ຫວຽດນາມ ສຳຜັດກັບຕະຫຼາດໂລກ ກໍຄື ແນະນຳນັກລົງທຶນຕ່າງປະເທດມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ