ຫັນ​ປ່ຽນ​ພະ​ລັງ​ງານ​ຕາມ​ທິດ​ເຕີບ​ໂຕສີ​ຂຽວ ແລະ ຍືນ​ຍົງ

(VOVWORLD) -ຫວຽດນາມ ພວມມານະພະຍາຍາມຢ່າງແຮງເພື່ອມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດ ມີລາຍຮັບສູງໃນປີ 2045. 
ຫັນ​ປ່ຽນ​ພະ​ລັງ​ງານ​ຕາມ​ທິດ​ເຕີບ​ໂຕສີ​ຂຽວ ແລະ ຍືນ​ຍົງ - ảnh 1ກອງປະຊຸມສຳມະນາ “ຜົນກະທົບຂອງ COP 26 ຕະຫຼອດຮອດການຫັນປ່ຽນພະລັງງານຕາມທິດເຕີບໂຕສີຂຽວ” (ພາບ: VOV)

3 ປີມານີ້, ຫວຽດນາມ ໄດ້ເຫັນປະຈັກຕາການເຕີບໂຕໂດຍໄວ ຂອງພະລັງງານທົດແທນ, ພິເສດແມ່ນໄຟຟ້າແຮງລົມ ແລະ ໄຟຟ້າແສງຕາເວັນ. ປັດຈຸບັນ, ແຫຼ່ງໄຟຟ້າຈາກພະລັງງານທົດແທນຢູ່ ຫວຽດນາມ ກວມເອົາ 52,2% ກຳລັງການຜະລິດຕິດຕັ້ງໃນທົ່ວປະເທດ. ຫວຽດນາມ ພວມມານະພະຍາຍາມຢ່າງແຮງເພື່ອມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດ ມີລາຍຮັບສູງໃນປີ 2045. ໃນສະພາບການນັ້ນ, ຄາດວ່າຄວາມຕ້ອງການທາງດ້ານພະລັງງານ ແລະ ໄຟຟ້າຂອງ ຫວຽດນາມ ໃນຊຸມປີຈະມາເຖິງຈະມີການເຕີບໂຕໂດຍໄວ. ໄປຄຽງຄູ່ກັບເປົ້າໝາຍຮັບປະກັນຄວາມໝັ້ນຄົງດ້ານພະລັງງານ. ນີ້ແມ່ນຂໍ້ມູນໂດຍທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ດັ້ງຮ່ວາງອານຍົກອອກມາຢູ່ ກອງປະຊຸມສຳມະນາ “ຜົນກະທົບຂອງ COP 26 ຕະຫຼອດຮອດການຫັນປ່ຽນພະລັງງານຕາມທິດເຕີບໂຕສີຂຽວ” ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 17 ສິງຫາ ຢູ່ຮ່າໂນ້ຍ.

ຕາມຜູ້ຕາງໜ້າກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ການສ້າງຍຸດທະສາດພັດທະນາ ແລະ ຫັນປ່ຽນພະລັງງານແບບຍືນຍົງ, ມີຄວາມເປັນໄປໄດ້, ເໝາະສົມກັບເງື່ອນໄຂພັດທະນາເສດຖະກິດສັງຄົມ ແມ່ນເງື່ອນໄຂສຳຄັນທີ່ສຸດໃນປັດຈຸບັນ. ໃນນັ້ນ, 2 ເປົ້າໝາຍສຳຄັນແມ່ນ: ຮັບປະກັນຄວາມໝັ້ນຄົງດ້ານພະລັງງານໄລຍະກາງ ແລະ ໄລຍະຍາວເພື່ອຕອບສະໜອງເປົ້າໝາຍພັດທະນາ. ທ່ານ ຮອງລັດຖະມົນຕີ ດັ່ງຮ່ວາງອານຖືວ່າ:

ເພື່ອປະຕິບັດໄດ້ 2ເປົ້າໝາຍນີ້, ຕ້ອງກຳນົດໄດ້ໂຄງປະກອບພະລັງງານດີທີ່ສຸດ ແລະ ຍືນຍົງຂອງປະເທດຊາດ. ດຶງດູດການລົງທຶນເຂົ້າພື້ນຖານໂຄງລ່າງພະລັງງານຢ່ງາແຮງ, ແກ້ໄຂບັນດາຈຸດອ່ອນ, ຊຸກຍູ້ການພັດທະນາບັນດາແຫຼ່ງພະລັງງານສະອາດກ່ວາ, ຂຽວກ່ວາ ແລະ ແຫຼ່ງພະລັງງານທົດແທນ, ສ້າງຮູບແບບພະລັງງານຂັ້ນຕົ້ນໃໝ່, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫຼຸດຜ່ອນການນຳໃຊ້ພະລັງງານ ແລະ ນຳໃຊ້ໄຟຟ້າຂອງພື້ນຖານເສດຖະກິດ.   

ຕອບກັບ

ຂ່າວ/ບົດ​ອື່ນ