ຫນ້າເວັບປະກອບທັກສະກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ລຸ້ນຫນຸ່ມ

ຫນ້າເວັບປະກອບທັກສະກ່ຽວກັບເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ລຸ້ນຫນຸ່ມ - ảnh 1
ລາຍ​ການ​ປະ​ກອບ​ທັກ​ສະ​ເຕັກ​ໂນ​ໂລ​ຊີ​ໃຫ້​ນັກ​ຮຽນ

(vovworld)- ວັນ​ທີ 14/4 ຢູ່ ຮ່າ​ໂນ້ຍ, ສະ​ຫະ​ພັນ​ສະ​ຖາ​ບັນ STEM ໄດ້​ຈັດ​ຕັ້ງ​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ປະ​ຕິ​ວັດ 4.0 (ການ​ປະ​ຕິ​ວັດ​ວິ​ທະ​ຍາ​ສາດ​ໂດຍ​ອີງ​ໃສ່​ພື້ນ​ຖານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ແລະ ອັດ​ຕະ​ໂນ​ມັດ​ໃນ​ທົ່ວ​ໂລກ) ເພື່ອ​ແນ​ໃສ່​ສະ​ເຫ​ນີ​ທິດ​ທາງ​ພັດ​ທະ​ນາ​ຂະ​ແຫນງ​ການ​ສຶກ​ສາ​ໃນ​ການ​ປະ​ຕິ​ວັດ 4.0. ຕາມນັ້ນ​ແລ້ວ, ​ການ​ປະ​ຕິ​ວັດ 4.0 ໄດ້​​ໝູນໃຊ້​ເຂົ້າ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີ​ວິດ, ເສດ​ຖະ​ກິດ, ສັງ​ຄົມ, ກະ​ທົບ​ເຖິງ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ, ແຕ່​ລະ​ພາກ​ພື້ນ ແລະ ທົ່ວ​ໂລກ, ໃນ​ນັ້ນ ມີ​ຫວຽດ​ນາມ. ສະ​ນັ້ນ ລຸ້ນ​ຫ​ນຸ່ມ ຕ້ອງ​ໄດ້​ຮັບ​ບັນ​ດາ​ທັກ​ສະ​ສຳ​ຄັນ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ໄດ້​ບຳ​ລຸງ​ດ້ານ​ພາ​ສາ ແລະ ຕ້ອງ​ມີ​ທັກ​ສະ​ໃນ​ການ​ຄົ້ນ​ຄ້​ວາ.


ຕອບກັບ

ຂ່າວ/ບົດ​ອື່ນ