ຫັນເປັນລະອຽດ 4 ເນື້ອໃນມະຕິກອງປະຊຸມສູນກາງພັກເທື່ອ 5 ໃຫ້ກາຍເປັນແຜນການ, ໂຄງການ, ແຜນຮ່າງລະອຽດ

(VOVWORLD) - 4 ມະຕິກອງປະຊຸມສູນກາງພັກເທື່ອທີ 5 ແມ່ນເນື້ອໃນພື້ນຖານ, ກ່ຽວຂ້ອງຢ່າງສະໜິດແໜ້ນ, ສົ່ງຜົນກະທົບຫຼາຍດ້ານເຖິງຂະບວນວິວັດແຫ່ງການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ, ຊີວິດການເປັນຢູ່ຂອງປະຊາຊົນ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ.
ຫັນເປັນລະອຽດ 4 ເນື້ອໃນມະຕິກອງປະຊຸມສູນກາງພັກເທື່ອ 5 ໃຫ້ກາຍເປັນແຜນການ, ໂຄງການ, ແຜນຮ່າງລະອຽດ - ảnh 1(ທ່ານ ຫວໍວັນເຖືອງ ກ່າວຄຳເຫັນສະຫຼຸບກອງປະຊຸມ)

ພາຍຫຼັງເຮັດວຽກມາເປັນເວລາ 1 ມື້ເຄິ່ງ, ຕອນເຊົ້າວັນທີ 22 ກໍລະກົດ, ກອງປະຊຸມທົ່ວປະເທດກ່ຽວກັບການຄົ້ນຄວ້າ, ຮ່ຳຮຽນ, ຊາບຊຶມມະຕິກອງປະຊຸມເທື່ອທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ສຳເລັດບັນດາເນື້ອໃນທີ່ໄດ້ວາງອອກ.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ຫວໍວັນເຖືອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ເນັ້ນໜັກວ່າ, 4 ມະຕິກອງປະຊຸມສູນກາງພັກເທື່ອທີ 5 ແມ່ນເນື້ອໃນພື້ນຖານ, ກ່ຽວຂ້ອງຢ່າງສະໜິດແໜ້ນ, ສົ່ງຜົນກະທົບຫຼາຍດ້ານເຖິງຂະບວນວິວັດແຫ່ງການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ, ຊີວິດການເປັນຢູ່ຂອງປະຊາຊົນ, ສ້າງພັກໃຫ້ປອດໃສ, ເຂັ້ມແຂງ.

        ທ່ານ ຫວໍວັນເຖືອງ ເນັ້ນໜັກວ່າ, ເພື່ອໃຫ້ບັນດາມະຕິເຂົ້າສູ່ຊີວິດຕົວຈິງນັ້ນ, ປັດໃຈສຳຄັນແຖວໜ້າ, ມີລັກສະນະຕັດສິນແມ່ນຂອດຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ວິວັດການຈັດຕັ້ງຮຽກຮ້ອງຕ້ອງມີຄວາມຕັດສິນໃຈ, ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ປະດິດຄິດສ້າງ, ກ້າຄິດກ້າທຳຂອງຄະນະພັກທຸກຂັ້ນ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ໂດຍສະເພາະແມ່ນຫົວໜ້າບັນດາອົງການສຳນັກງານ, ອົງການຈັດຕັ້ງຂັ້ນທ້ອງຖິ່ນ, ຫົວໜ່ວຍ.

        ທ່ານ  ຫວໍວັນເຖືອງ ສະເໜີວ່າ, ພາຍຫຼັງກອງປະຊຸມ, ບັນດາເອກະສານຕ້ອງຄົ້ນຄວ້າຢ່າງຮີບເຮັ່ງເພື່ອຫັນເປັນລະອຽດ 4 ເນື້ອໃນມະຕິກອງປະຊຸມສູນກາງພັກເທື່ອ 5 ໃຫ້ກາຍເປັນແຜນການ, ໂຄງການ, ແຜນຮ່າງລະອຽດ ມີການຈັດແບ່ງໜ້າທີ່ວຽກງານ ແລະ ເສັ້ນທາງປະຕິບັດຢ່າງຈະແຈ້ງ, ຕິດແທດກັບຄວາມສາມາດປະຕິບັດໄດ້ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ