ຫໍພິພິດທະພັນໂຮ່ຈິມິນເພີ່ມທະວີການຮ່ວມມືກັບຫໍພິພິດທະພັນໄກສອນພົມວິຫານ

ຫໍພິພິດທະພັນໂຮ່ຈິມິນເພີ່ມທະວີການຮ່ວມມືກັບຫໍພິພິດທະພັນໄກສອນພົມວິຫານ - ảnh 1
(ພິທີເຊັນ​ສັນ​ຍາຮ່ວມ​ມື​ລະຫວ່າງ
ຫໍພິພິດ​ທະພັນ​​ຫວຽດນາມ ​ແລະ ຫໍພິພິດທະພັນ​ລາວ)


​​(vovworld) - ພິທີເຊັນ​ສັນ​ຍາຮ່ວມ​ມືລະຫວ່າງຫໍພິພິດ​ທະພັນ​ໂຮ່ຈິ​ມິນ​ ຂອງ​ຫວຽດນາມ ​ແລະ ຄະນະ​ຮັບຜິ​ດຊອບ​ຫໍພິພິດທະພັນ​ ໄກ​ສອນ​ ພົມວິຫານ ຂອງລາວ, ​ໄລຍະ 2016 – 2017, ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ຄໍ່າ​ວັນ​ທີ 01/08, ຢູ່​ນະຄອນຫຼວງວຽງ​ຈັນ. ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ຈະ​ເພີ່ມ​ທະວີ​ວຽກ​ງານ​​ແລ​ກປ່ຽນ​ວິຊາ​ສະ​ເພາະ​ຄື: ສົມທົບ​ກັນ ​ແລະ ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ ກ່ຽວ​ກັບ​ບັນດາ​ປູ​ຊະ​ນີຍະ​ສະຖານ​ຂອງລາວ ​ຢູ່​ຫວຽດນາມ ​ແລະ ປູ​ຊະ​ນີຍະ​ສະຖານ​ປະທານ​ໂຮ່ຈິ​ມິນ​ຢູ່​ລາວ; ສົມທົບ​ກັນ​ເກັບ​ກຳ​ບັນດາ​ວັດ​ຖຸສິ່ງ​ຂອງ ຂອງສະ​ເດັດ​ເຈົ້າ ສຸພາ​ນຸວົງ ຢູ່​ຫວຽດນາມ. 2 ຝ່າຍ​ກໍ​ແລກປ່ຽນບັນດາ​ຂໍ້​ມູນ​ເອກະສານ, ຄົ້ນຄວ້າ​ວິທະຍາສາດ​ໃໝ່​ກ່ຽວ​ກັບ​ປະທານ​ໂຮ່ຈິນິນ, ປະທານໄກ​ສອນ​ ພົມວິຫານ ​ແລະ ປະທານ ສຸພາ​ນຸວົງ ຢູ່​ຫວຽດນາມ ​ແລະ ລາວ. ກ່າວ​ຄຳ​ເຫັນ​ທີ່​ພິທີເຊັນ​ສັນ​ຍາ, ທ່ານ ສຸວັນ​ດີ ສີສະ​ຫວັດ, ຫົວໜ້າ​ຄະນະ​ຮັບຜິ​ດຊອບ​ຫໍພິພິດ​ທະພັນ ​ໄກ​ສອນ​ພົມວິຫານ ​ໃຫ້​ຮູ້​ວ່າ.

(ທ່ານ ສຸວັນ​ດີ ສີສະ​ຫວັດ)
ຂ່າວ/ບົດ​ອື່ນ