ຫໍ​ພິ​ພິ​ທະ​ພັນວິ​ຈິດ​ສິນ ຫວຽດ​ນາມ ຈັດ​ພິ​ທີ​ເປີດ​ພື້ນ​ທີ່​ວາງ​ສະ​ແດງ​ວິ​ຈິດ​ສິ​ນ​ແບບ​ທາງ​ໄກ

(VOVWORLD) - VAES ໄດ້ສ້າງຮູບແບບຈຳລວງພື້ນທີ່ວາງສະແດງຕົວຈິງຂອງບັນດາງານວາງສະແດງສິລະປະໃນຕົວຈິງ, ນຳການລົງພຶດຕິກຳທີ່ດຶງດູດໃຈ ມາໃຫ້ຜູ້ຊົມດ້ວຍຄຸນນະສົມບັດຕ່າງໆ.
ຫໍ​ພິ​ພິ​ທະ​ພັນວິ​ຈິດ​ສິນ ຫວຽດ​ນາມ ຈັດ​ພິ​ທີ​ເປີດ​ພື້ນ​ທີ່​ວາງ​ສະ​ແດງ​ວິ​ຈິດ​ສິ​ນ​ແບບ​ທາງ​ໄກ - ảnh 1ພິທີ ເປີດນຳໃຊ້ ພື້ນທີ່ວາງສະແດງວິຈິດສິນແບບ (ພາບ: VOV5)

ເນື່ອງໃນໂອກາດສະເຫຼີມສະຫຼອງ ການຫັນເປັນດີຈີຕອນແຫ່ງຊາດ ວັນທີ 10 ຕຸລາ, ຕອນເຊົ້າວັນທີ 3 ຕຸລາ, ຫໍພິພິທະພັນ ວິຈິດສິນ ຫວຽດນາມ ຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ເປີດນຳໃຊ້ ພື້ນທີ່ວາງສະແດງວິຈິດສິນແບບທາງໄກ (Virtual Art Exhibition Space - VAES). ນີ້ແມ່ນພື້ນທີ່ ວາງສະແດງວິຈິດສິນບົນພື້ນຖານດີຈີຕອນ, ທັງຊ່ວຍໃຫ້ນັກສິລະປິນແນະນຳ, ໂຄສະນາ, ຮັກສາໄດ້ຜົນງານຂອງຕົນໄວ້, ທັງເຊື່ອມຕໍ່, ເພີ່ມທະວີໂອກາດພົບປະກັບມະຫາຊົນ ຜູ້ທີ່ມີຄວາມມັກຮັກວິຈິດສິນ ແລະ ບັນດານັກສະສົມ ທັງຢູ່ພາຍໃນປະເທດ ແລະ ສາກົນ.

VAES ໄດ້ສ້າງຮູບແບບຈຳລວງພື້ນທີ່ວາງສະແດງຕົວຈິງຂອງບັນດາງານວາງສະແດງສິລະປະໃນຕົວຈິງ, ນຳການລົງພຶດຕິກຳທີ່ດຶງດູດໃຈ ມາໃຫ້ຜູ້ຊົມດ້ວຍຄຸນນະສົມບັດຕ່າງໆ. ພິເສດບົນພື້ນຖານໂປແກຼມຂອງ VAES, ຜູ້ຊົມຈະສາມາດສຳຜັດກັບງານວາງສະແດງຕ່າງ ແລະ ບັນດາຜົນງານສິລະປະ ຢູ່ທຸກບ່ອນທຸກເວລາ, ພຽງແຕ່ມີວັດຖຸອຸປະກອບເຊື່ອມຕໍ່ ອິນເຕີເນັດ. ຜູ້ມັກຮັກ ໃນສິລະປະກໍ່ສາມາດສຳຜັດ ແລະ ຊອກຮູ້ກ່ຽວກັບຜົນງານດ້ວຍວີທີການສົ່ງຂໍ້ຄວາມ ແລະ ແບ່ງປັນຄຳເຫັນໄປຍັງນັກສິລະປິນ ແລະ ປະຊາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ