ຫລາຍປະເທດກ່າວປະມານເຫດບຸກໂຈມຕີຢູ່ ຊີມບຳເວ

(VOVWORLD) - ພາຍຫລັງເກີດເຫດບຸກໂຈມຕີຢູ່ພິທີຫາສຽງເລືອກຕັ້ງຂອງພັກພັນທະມິດຊົນຊາດ ອາຟຮິກາ ຊີມບຳເວ - ແນວໂຮມຮັກຊາດ (ZAUN-PF) ກຳອຳນາດຢູ່ສະໜາມກິລາ White City ຂຶ້ນກັບນະຄອນ Bulawayo ໃນວັນທີ 23 ມິຖຸນາ,
ຫລາຍປະເທດກ່າວປະມານເຫດບຸກໂຈມຕີຢູ່ ຊີມບຳເວ - ảnh 1ທ່ານປະທານາທິບໍດີ ຊີມບຳເວ Emmerson Mnangagwa  ພາບ: THX/TTXVN

ທ່ານປະທານາທິບໍດີ ຊີມບຳເວ Emmerson Mnangagwa ໃຫ້ຮູ້ວ່າ: ມີວັດຖຸໜຶ່ງໄດ້ລະເບີດຂຶ້ນຫ່າງຈາກທ່ານປະມານ 2 – 3 ແຊນຕີແມັດ, ພ້ອມທັງຢືນຢັນວ່າ: ທ່ານເປັນເປົ້າໝາຍຂອງເຫດລະເບີດ. ທ່ານ Mnangagwa ຖືນີ້ແມ່ນ “ການກະທຳຕ່ຳຕ້ອຍ” ແລະ ບໍ່ສາມາດສະກັດກັ້ນ ຊີມບຳເວ ຈັດຕັ້ງບັນດາການເລືອກຕັ້ງເສລີ ແລະ ສັນຕິພາບ. ທ່ານ Mnangagwa ໃຫ້ຮູ້ວ່າ: ທ່ານໄດ້ລື້ງເຄີຍຕໍ່ບັນດາກົນອຸບາຍລອບສັງຫານຄືດັ່ງກ່າວແລ້ວ.

        ແລະກໍ່ໃນວັນດຽວກັນ, ອາເມລິກາ ແລະ ອັງກິດ ໄດ້ກ່າວປະນາມເຫດບຸກໂຈມຕີ ເຊິ່ງ ສື່ມວນຊົນແຫ່ງລັດຖືວ່າ ແມ່ນເຫດລອບສັງຫານດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ