ຫລາຍປະເທດເຂົ້າຮ່ວມງານວາງສະແດງໜຶ່ງຕາແສງໜຶ່ງຜະລິດຕະພັນຢູ່ ຫວຽດນາມ

(VOVWORLD) - ວັນທີ 17 ເມສາ, ທີ່ສູນຕະຫລາດນັດ ແລະ ວາງສະແດງສາກົນ ໄຊງ່ອນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບສະຫະສະມາຄົມສົ່ງອອກຜະລິດຕະພັນເຄື່ອງສິລະປະຫັດຖະກຳ ຫວຽດນາມ ຈັດຕັ້ງງານວາງສະແດງສາກົນໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP) ແລະ ງານຕະຫລາດນັດສາກົນເຄື່ອງສິລະປະຫັດຖະກຳ ແລະ ຂອງຂວັນ (Lifestyle) 2019.
ຫລາຍປະເທດເຂົ້າຮ່ວມງານວາງສະແດງໜຶ່ງຕາແສງໜຶ່ງຜະລິດຕະພັນຢູ່ ຫວຽດນາມ - ảnh 1 ງານວາງສະແດງສາກົນໜຶ່ງຕາແສງໜຶ່ງຜະລິດຕະພັນ (OCOP) ແລະ ງານຕະຫລາດນັດສາກົນເຄື່ອງສິລະປະຫັດຖະກຳ ແລະ ຂອງຂວັນ (Lifestyle) 2019 (ພາບ: VGP)

 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້, ຫົວໜ້າຄະນະຊີ້ນຳບັນດາໂຄງການເປົ້າໝາຍແຫ່ງຊາດ, ເຂົ້າຮ່ວມເຫດການດັ່ງກ່າວ.

        ງານຕະຫລາດນັດ Lifestyle ຫວຽດນາມ ແລະ ງານວາງສະແດງ OCOP ສາກົນປີນີ້ ລວມມີຮ້ານວາງສະແດງຂາຍສິນຄ້າ 700 ຮ້ານຂອງບັນດາວິສາຫະກິດທີ່ມາຈາກ 40 ແຂວງ, ນະຄອນໃນທົ່ວປະເທດ. ປີນີ້, ເຫດການຍັງມີການເຂົ້າຮ່ວມຂອງບັນດາວິສາຫະກິດທີ່ມາຈາກ 15 ປະເທດ ແລະ ເຂດແຄ້ວນລວມມີ: ຍີ່ປຸ່ນ, ໂຮນລັງ, ອິນເດຍ, ລາວ, ກຳປູເຈຍ, ໄທ, ຈີນ, ເຄນຢາ, ເຊເນການ, ອາບການິດສະຖານ, ມາດາກາດກາ, ບົດສະວານາ, ອົດສະຕາລີ, ເນປານ ແລະ ລັດເຊຍ ຕຶ່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ