ຫຼວງພະບາງສືບຕໍ່ໄດ້ຮັບການເຊີດຊູໃນແຜນທີ່ທ່ອງທ່ຽວໂລກ

ຫຼວງພະບາງສືບຕໍ່ໄດ້ຮັບການເຊີດຊູໃນແຜນທີ່ທ່ອງທ່ຽວໂລກ - ảnh 1
ຕາດກວາງ​ຊີ ຢູ່ຫຼວງ​ພະ​ບາງ
(ພາບຈາກ​ອີນ​ເຕີ​ເນັດ)

(vovworld) –  ​​ຄຸ້ມ​ເມືອງ​ເກົ່າ ຫຼວງ​ພະ​ບາງ ຂອງ​ປະ​ເທດ​ລາວ ສືບ​ຕໍ່​​ຖືກ​ຈັດ​​ເຂົ້າ​ບັນ​ຊີ​ລາຍ​ຊື່ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອັນ​ດັບ​ໜຶ່ງ​ໃນ​ໂລກ ພາຍຫຼັງ​ ແວບ​ໄຊທ່ອງ​ທ່ຽວ “Qantas Travel Insider” ຂອງ ອົດ​ສະ​ຕາ​ລີ ຄັດ​ເລືອກ​ຢື່ນ​ອັນ​ດັບ​ທີ 5 ໃນ​ຈຳ​ນວນ 11 ສະ​ຖານ​ທີ່​ຈັດ​ຕັ້ງ​ງານດອງ​ສ້າງ​ຄວາມ​ປະ​ທັບ​ໃຈ​ກ່​ວາ​ໝູ່ໃນ​ໂລກ. ​ການ​ປະ​ກາດ​ດັ່ງ​ກ່າ​ວ, ​ເຮັດ​ໃຫ້​ສະ​ຖານ​ທີ່​ທ່ອງ​ທ່ຽວ​ - ຫຼວງ​ພະ​ບາງ​ ທີ່​ລື​ຊື່​ຂອງ​ລາວ ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ ນັບ​ແຕ່​ເມື່ອ​ອົງ​ການ​ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ ແລະ ການ​ສຶກ​ສາ ສ​ປ​ຊ (UNESCO) ຮັບ​ຮອງ​ນະ​ຄອນ​ນີ້​ແມ່ນ​ມໍ​ລະ​ດົກ​ໂລກ​ໃນ​ປີ 1995. ຍື່ນ​ອັນ​ດັບ​ໜຶ່ງ​ໃນ​ບັນ​ຊີ​ລາຍ​ຊື່ 11 ນະ​ຄອນ​ຈັດ​ຕັ້ງ​ງານດອງ​​ສ້າງ​ຄວາມ​ປະ​ທັບ​ໃຈ​ກ່​ວາ​ໝູ່​ແມ່ນ​ນະ​ຄອນຫຼວງ ປາ​ຣີ (ປະ​ເທດ​ຝ​ຣັ່ງ).

 


ຂ່າວ/ບົດ​ອື່ນ