ຫວຽດນາມ - El Salvadorຊຸກຍູ້ການພົວພັນມິດຕະພາບແລະຮ່ວມມື

ຫວຽດນາມ - El Salvadorຊຸກຍູ້ການພົວພັນມິດຕະພາບແລະຮ່ວມມື - ảnh 1
ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ ​ເລລິງ​ລານ ​ຍື່ນ​ສານ​ຕາ​ຕັ້ງ ຕໍ່ທ່ານ​ປະທານາທິບໍດີປະ​ເທດ​El Salvador
(ພາບ: Việt Hòa/TTXVN)

(vovworld) – ວັນ​ທີ 25/3, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ສສ. ຫວຽດນາມ ປະຈຳ ສາທາລະນະ​ລັດ El Salvador ​ເລລິງ​ລານ ​ໄດ້​ຍື່ນ​ສານ​ຕາ​ຕັ້ງ ຕໍ່ທ່ານ​ປະທານາທິບໍດີປະ​ເທດ​ນີ້ Salvador Sanchez Ciren. ​ໃນ​ການ​ຕ້ອນຮັບ, ທ່ານ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ Salvador Sanchez Ciren ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ໃຫຍ່​ຫຼວງ​ຂອງ​ປະຊາຊົນ ຫວຽດນາມ ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ໃໝ່, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​​ເສດຖະກິດ ​ແລະ ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການຮ່ວມ​ມື​ກັບ​ຫວຽດນາມ. ທ່ານ Salvador Sanchez Ciren ຂອບ​ໃຈຢ່າງ​ຈິງ​​ໃຈ ຫວຽດນາມ ທີ່​ໄດ້​ສະຫງວນ​ການຊ່ວຍ​ເຫຼືອ​ໃຫ້​ແກ່ພັກ​ແນວ​ໂຮມ​ປົດ​ປ່ອຍ​ຊາດ Farabundo Marti (FMLN) ​ໃນ​ສະພາບ​ການຫຍຸ້ງ​ຍາກ​ລຳບາກ​ໃນ​ເມື່ອ​ກ່ອນ.

            ​ສ່ວນ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ເລ​ລິງ​ລານ ສະ​ແດງ​ຄວາມ​ເປັນ​ກຽດ​​ຢ່າງໃຫຍ່​ຫຼວງທີ່​ໄດ້ຮັບມອບ​ໝາຍ​ໜ້າ​ທີ່​ເປັນ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ຢູ່ ສ. El Salvador ທີ່​ສວຍ​ງາມ ​ແລະ ​ຝາກຄຳ​​ເຊື້ອເຊີນຂອງທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ທີ່​ເຊີນເຖິງ​ທ່ານ​ປະທານາທິບໍດີປະ​ເທດ​ນີ້ Salvador Sanchez Ciren ​​ມາຢ້ຽມຢາມ ຫວຽດນາມ.

      ​ໃນ​​ໄລຍະ​ຢູ່​ນະຄອນຫຼວງ San Salvador, ທ່ານ​ນາ​ງ​ເອກ​ອັກຄະ​ລັດຖະທູດ ​ເລ​ລິງ​ລານ ​ມີ​ການ​ເຮັດ​ວຽກ​ກັບ ທ່ານ​ນາງ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ Merlin Alejandrina barreal ​ແລະ ​ເຈົ້າ​ໜ້າ​ທີ່​ປະ​ເທດ​ເຈົ້າພາບ​ບາງ​ທ່ານ.

 


ຂ່າວ/ບົດ​ອື່ນ