ຫວຽດ​ນາມ, EU ແລະ ແບນ​ຊິກ​ຊຸກ​ຍູ້​ການ​ຮ່ວມ​ມື​ສີ​ຂຽວ, ຍືນ​ຍົງ

(VOVWORLD) - ທ່ານ ບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ການຫັນເປັນສີຂຽວ ແມ່ນໜຶ່ງໃນບັນດາຂົງເຂດຈຸດສຸມທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດ ແລະ ໄດ້ຮັບບຸລິມະສິດສູງໃນການຮ່ວມມືລະຫວ່າງ ຫວຽດນາມ - EU.
ຫວຽດ​ນາມ, EU ແລະ ແບນ​ຊິກ​ຊຸກ​ຍູ້​ການ​ຮ່ວມ​ມື​ສີ​ຂຽວ, ຍືນ​ຍົງ - ảnh 1ພາບປະກອບ: TTXVN

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ສະຫະພາບ ເອີລົບ (EU) ຄັ້ງທີ 24 (AEMM) ພວມດຳເນີນຢູ່ ແບນຊິກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ບຸຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ການຫັນເປັນສີຂຽວ ແມ່ນໜຶ່ງໃນບັນດາຂົງເຂດຈຸດສຸມທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດ ແລະ ໄດ້ຮັບບຸລິມະສິດສູງໃນການຮ່ວມມືລະຫວ່າງ ຫວຽດນາມ - EU. ການຮ່ວມມືຫັນເປັນສີຂຽວ ກໍ່ມີລັກສະນະຮອບດ້ານ ດ້ວຍຫຼາຍຂົງເຂດສຳຄັນໃນບຸລິມະສິດພັດທະນາຂອງ ຫວຽດນາມ ຄື: ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດດີຈີຕອນ, ເສດຖະກິດທະເລ. ສຳລັບ EU ແລ້ວ, ນີ້ແມ່ນຂົງເຂດອາດຈະເປັນທ່າແຮງແຖວໜ້າ. ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ແບນຊິກ. ຕາມທ່ານ ຫງວຽນວັນຖ໋າວ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແບນຊິກ, ລູກຊຳບວກ ທັງເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ EU ແລ້ວ ການຢ້ຽມຢາມນີ້ ພ້ອມກັບບັນດາການເຄື່ອນໄຫວເຊື່ອມຕໍ່ເສດຖະກິດ, ສົ່ງເສີມການຄ້າ, ລົງທຶນເປັນຈຳນວນຫຼາຍໃນໄລຍະຜ່ານມາ ແມ່ນພື້ນຖານອັນໝັ້ນແກ່ນ ເພື່ອໃຫ້ສອງຝ່າຍຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືຢ່າງມີປະສິດທິຜົນ. ປັດຈຸບັນ ແບນຊິກແມ່ນຄູ່ຮ່ວມມືຍຸດທະສາດຂອງ ຫວຽດນາມ ໃນຂົງເຂດສະກິດ, ແຕ່ນອກຈາກກະສິກຳ ແບນຊິກ ກໍ່ແມ່ນປະເທດ ມີທ່າແຮງກ່ຽວກັບ ພື້ນຖານໂຄງລ່າງ, ທ່າກຳປັ່ນ, ພະລັງງານ (hydrogen), ການແພດ ແລະ ການຢາ.

ຕອບກັບ

ຂ່າວ/ບົດ​ອື່ນ