ຫວຽດ​ນາມ - Timor Leste ເພີ່ມ​ທະ​ວີ​ການ​ຮ່ວມ​ມື

(VOVWORLD) -ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ຮ່ວມມືຢ່າງຕັ້ງໜ້າກັບບັນດາຂົງເຂດ ເຊິ່ງ Timor Leste ມີຄວາມຕ້ອງການ.
ຫວຽດ​ນາມ - Timor Leste ເພີ່ມ​ທະ​ວີ​ການ​ຮ່ວມ​ມື - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໄກກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor Leste Adaljiza Albertina Xavier Reis Magno (ພາບ: hanoimoi.com.vn)

ຕອນບ່າຍວັນທີ 12 ມັງກອນ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ໄດ້ມີການໂອ້ລົມທາງໄກກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມື Timor Leste Adaljiza Albertina Xavier Reis Magno. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ຮ່ວມມືຢ່າງຕັ້ງໜ້າກັບບັນດາຂົງເຂດ ເຊິ່ງ Timor Leste ມີຄວາມຕ້ອງການ; ສອງປະເທດສືບຕໍ່ສ້າງຕັ້ງ, ຜັນຂະຫຍາຍບັນດາກົນໄກ ແລະ ມາດຕະການລະອຽດ ແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງໃນການຮ່ວມມືລະຫວ່າງສອງປະເທດໃຫ້ມີປະສິດທິຜົນ. ພ້ອມທັງສະເໜີໃຫ້ Timor Leste ໃຫ້ສັດຕະຍາບັນສັນຍາການຄ້າສອງຝ່າຍ ທີ່ໄດ້ລົງນາມເມື່ອປີ 2013 ໂດຍໄວ, ລົງນາມໃນສັນຍາອາລັກຂາການລົງທຶນສອງຝ່າຍ, ສັນຍາສອງຝ່າຍກ່ຽວກັບການຍົກເວັ້ນວີຊາ ໃຫ້ແກ່ຜູ້ຖືໜັງສືຜ່ານແດນທາງການທູດ ແລະ ລັດຖະການ; ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຫວຽດນາມ, ດຳເນີນບັນດາການເຄື່ອນໄຫວຮ່ວມມື, ລົງທຶນ, ດຳເນີນທຸລະກິດ ຢູ່ Timor Leste, ແກ້ໄຂບັນຫາທີ່ເກີດໃໝ່ໃຫ້ສອດຄ່ອງກັບກົດໝາຍ ແລະ ເນື້ອໃນຈິດໃຈຂອງການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ.

        ລັດຖະມົນຕີສອງທ່ານ ກໍເຫັນດີເປັນເອກະພາບນຳກັນວ່າ ຕ້ອງເພີ່ມທະວີບົດບາດເປັນຂົວຕໍ່ຂອງສອງກະຊວງການຕ່າງປະເທດໃນການຊຸກຍູ້, ຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດ, ໃນນັ້ນ ມີການຊຸກຍູ້ການພົບປະແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຜັນຂະຫຍາຍກົນໄກ ຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍໂດຍໄວ ເພື່ອສ້າງຂອບເຂດຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ເຊິ່ງສອງຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ຕ້ອງການ. ສອງຝ່າຍຢັ້ງຢືນວ່າ ຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນໃນບັນດາອົງການຈັດຕັ້ງ ແລະ ເວທີປາໄສລະດັບພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ