ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ຕື່ມອີກ 15 ຄົນ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 09 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 3.245 ຄົນ, ໃນນັ້ນ 1.826 ຄົນຕິດແປດໃນຊຸມຊົນ. 24 ແຂວງ, ນະຄອນມີຜູ້ຕິດເຊື້ອພະຍາດ.

ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມ ແລ້ວ, ນັບແຕ່ເວລາ 18 ໂມງຂອງວັນທີ 08 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 09 ພຶດສະພາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ 19 ຕື່ມອີກ 15 ຄົນ, ໃນນັ້ນ ຢູ່ໂຮງໝໍເຂດຮ້ອນສູນກາງຮາກຖານ ດົງແອັງ (6 ຄົນ), ດັກລັກ (1 ຄົນ), ຮ່ານາມ (1 ຄົນ), ລ້າງເຊີນ (2 ຄົນ), ບັກຢາງ (5 ຄົນ).

ສະນັ້ນ, ໄລ່ຮອດຕອນເຊົ້າວັນທີ 09 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 3.245 ຄົນ, ໃນນັ້ນ 1.826 ຄົນຕິດແປດໃນຊຸມຊົນ. 24 ແຂວງ, ນະຄອນມີຜູ້ຕິດເຊື້ອພະຍາດ.

ກ່ຽວກັບລະດັບການສັກວັກຊິນ, ໄລ່ຮອດເວລາ 16 ໂມງຂອງວັນທີ 08 ພຶດສະພາ, ຫວຽນາມ ມີຜູ້ທີ່ໄດ້ສັກວັກຊິນກັນໂຄວິດ-19 ແມ່ນ 830.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ