ຫວຽດ​ນາມ ກ່າວ​ປະ​ນາມ​ການ​ກະ​ທຳ​ບຸກ​ໂຈມ​ຕີ ທີ່ໃຊ້​ຄວາມ​ຮຸ​ນ​ແຮງ, ໄຮ້​ມະ​ນຸດ​ສະ​ທຳ ບົນ​ບັນ​ດາ​ເສັ້ນ​ທາງ​ເດີນ​ເຮືອ​ສາ​ກົນ

(VOVWORLD) - ຫວຽດນາມ ກ່າວປະນາມຢ່າງແຮງຕໍ່ການກະທຳບຸກໂຈມຕີທີ່ໃຊ້ຄວາມຮຸນແຮງ, ໄຮ້ມະນຸດສະທຳ ເລັ່ງໃສ່ສາມັນຊົນ ແລະ ພາຫະນະພົນລະເຮືອນ ບົນບັນດາເສັ້ນທາງເດີນເຮືອສາກົນ. 
ຫວຽດ​ນາມ ກ່າວ​ປະ​ນາມ​ການ​ກະ​ທຳ​ບຸກ​ໂຈມ​ຕີ  ທີ່ໃຊ້​ຄວາມ​ຮຸ​ນ​ແຮງ, ໄຮ້​ມະ​ນຸດ​ສະ​ທຳ ບົນ​ບັນ​ດາ​ເສັ້ນ​ທາງ​ເດີນ​ເຮືອ​ສາ​ກົນ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ )

ວັນທີ 7 ມີນາ, ໂດຍຕອບຄຳຖາມຂອງນັກຂ່າວ ທີ່ກ່ຽວຂ້ອງເຖິງຂໍ້ມູນ ລູກເຮືອ ຫວຽດນາມ ໃນກຳປັ່ນ True Confidence ທີ່ຖືກກຳລັງ Houthi ບຸກໂຈມຕີ ເມື່ອພວມຂົນສົ່ງເຫຼັກກ້າແຕ່ຈີນ ໄປຍັງ ອາຣັບບິ ຊາອຸດິ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ພາຍຫຼັງໄດ້ຮັບຂ່າວ, ກະຊວງການຕ່າງປະເທດ ຫວຽດນາມໄດ້ຊີ້ນຳສະຖານທູດຫວຽດນາມ ປະຈຳ ອາຣັບບິ ຊາອຸດິ ທັງປະຈຳ ເຢແມັນ ແລະ ສະຖານທູດ ຫວຽດນາມ ປະຈຳ ເອຢິບ ທັງປະຈຳ Djibouti ປະສານຫາ ກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບປະເທດປະຈຳຖິ່ນ ສະເໜີ ການສະໜອງຂໍ້ມູນກ່ຽວກັບສະພາບການຂອງບັນດາພົນລະເມືອງ ຫວຽດນາມ ທີ່ຢູ່ໃນກຳປັ່ນ. ຕາມຂໍ້ມູນເບື້ອງຕົ້ນ, ໃນກຳປັ່ນ ມີລູກເຮືອຊາວ ຫວຽດນາມ 4 ຄົນ ໃນນັ້ນມີ 1 ຄົນເສຍຊີວິດ ແລະ 3 ຄົນ ມີສຸຂະພາບເປັນປົກກະຕິ.

ຫວຽດນາມ ກ່າວປະນາມຢ່າງແຮງຕໍ່ການກະທຳບຸກໂຈມຕີທີ່ໃຊ້ຄວາມຮຸນແຮງ, ໄຮ້ມະນຸດສະທຳ ເລັ່ງໃສ່ສາມັນຊົນ ແລະ ພາຫະນະພົນລະເຮືອນ ບົນບັນດາເສັ້ນທາງເດີນເຮືອສາກົນ. ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢຸດຕິການກະທຳນຳໃຊ້ອາວຸດຢ່າງທັນທີ, ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອສາກົນ ບົນພື້ນຖານສອດຄ່ອງກັບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ