ຫວຽດ​ນາມ ກ່າວ​ປະ​ນາມ​ທຸກ​ການ​ກະ​ທຳ​ບຸກ​ໂຈມ​ຕີ​ສາ​ມັນ​ຊົນ ແລະ ພື້ນ​ຖານ​ໂຄງ​ລ່າງ​ພົນ​ລະ​ເຮືອນ ໃນ​ການ​ປະ​ທະ​ກັນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ປາ​ແລັດ​ສະ​ຕິນ

(VOVWORLD) - ວັນທີ 24 ຕຸລາ, ຢູ່ ນິວຢອກ, ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດການປຶກສາຫາລືເປີດກ່ຽວກັບ “ສະພາບການຢູ່ຕາເວັນອອກກາງ, ລວມທັງບັນຫາ ປາແລັດສະຕິນ”, ສຸມໃສ່ຄວາມເຄັ່ງຕຶງທີ່ພວມເກີດຂຶ້ນລະຫວ່າງ ອິດສະຣາແອັນ ແລະ ປາແລັດສະຕິນ ແຕ່ວັນທີ 7 ຕຸລາ ມາຮອດປັດຈຸບັນ.
ຫວຽດ​ນາມ ກ່າວ​ປະ​ນາມ​ທຸກ​ການ​ກະ​ທຳ​ບຸກ​ໂຈມ​ຕີ​ສາ​ມັນ​ຊົນ ແລະ ພື້ນ​ຖານ​ໂຄງ​ລ່າງ​ພົນ​ລະ​ເຮືອນ ໃນ​ການ​ປະ​ທະ​ກັນ​ລະ​ຫວ່າງ ອິດ​ສະ​ຣາ​ແອັນ - ປາ​ແລັດ​ສະ​ຕິນ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: ນັກຂ່າວ VOV ປະຈຳ ອາເມລິກາ)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ເນັ້ນໜັກວ່າ ຫວຽດນາມ ກ່າວປະຮາມການກະທຳບຸກໂຈມຕີຢ່າງແຮງ ແນໃສ່ສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນ. ຜູ້ຕາງໜ້າ ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນ, ພິເສດແມ່ນທຸກຝ່າຍທີ່ກ່ຽວຂ້ອງ, ສ້າງເງື່ອນໄຂສະດວກເພື່ອຢຸດຕິການປະທະກັນ, ເຊື່ອມຕໍ່ການເຈລະຈາຄືນໃໝ່, ອະນຸຍາດໃຫ້ເຂົ້າເຖິງການຊ່ວຍເຫຼືອມະນຸດສະທຳ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຊ່ວຍເຫຼືອມະນຸດສະທຳຢ່າງທັນການ, ພ້ອມທັງຮັບປະກັນຄວາມປອດໄພໃຫ້ບັນດາພະນັກງານຊ່ວຍເຫຼືອມະນຸດສະທຳ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ ກໍສະເໜີໃຫ້ກຸ່ມ 4 ຝ່າຍກ່ຽວກັບສັນຕິພາບຢູ່ຕາເວັນອອກກາງເຄື່ອນໄຫວຄືນໃໝ່; ຮຽກຮ້ອງໃຫ້ບັນດາຝ່າຍກັບຄືນສູ່ການເຈລະຈາ ເພື່ອແກ້ໄຂກົກປາຍສາຍເຫດ, ມຸ່ງໄປເຖິງການບັນລຸໄດ້ມາດຕະການສອງລັດ ດ້ວຍ Jerusalem ຕາເວັນອອກແມ່ນນະຄອນຫຼວງຂອງ ລັດ ປາແລັດສະຕິນ ແລະ ເສັ້ນຊາຍແດນກ່ອນປີ 1967, ສອດຄ່ອງກັບກົດໝາຍສາກົນ ແລະ ບັນດາມະຕິກ່ຽວຂ້ອງຂອງ ສປຊ.

ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ