ຫວຽດນາມ- ກຳປູເຈຍ -ລາວເພີ່ມທະວີການຮ່ວມມືປ້ອງກັນ,ຕ້ານອາດຊະຍາກຳຢາເສບຕິດ

ຫວຽດນາມ- ກຳປູເຈຍ -ລາວເພີ່ມທະວີການຮ່ວມມືປ້ອງກັນ,ຕ້ານອາດຊະຍາກຳຢາເສບຕິດ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 6/12, ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ, ປະ​ເທດ ກຳ​ປູ​ເຈຍ, ໄດ້​ໄຂ​ກອງ​ປະ​ຊຸມ 3 ຝ່າຍ ແລະ 2 ຝ່າຍ​ຂັ້ນ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 16 ລະ​ຫວ່າງ ຫວຽດ​ນາມ, ກ​ຳ​ປູ​ເຈຍ ແລະ ລາວ, ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ. ຄະ​ນະຜູ້​ແທນ ຫວຽດ​ນາມ ໂດຍ​ທ່ານພົນ​ໂທ ເລ​ກູ໋ຍ​ເວືອງ​, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ນຳ​ໜ້າ. ຄະ​ນະ​ຜູ້​ແທນ​ກຳ​ປູ​ເຈຍ ໂດຍ​ທ່ານ​ຮອງ​ປະ​ທານ​​ຄະ​ນະ​ກຳ​ມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ Kao Khondara, ເປັນ​ຫົວ​ໜ້າ​ຄະ​ນະ. ຄະ​ນະ​ຜູ້​ແທນ​ລາວໂດຍ​ທ່ານ​ປະ​ທານ​​ຄະ​ນະ​ກຳ​ມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ ກຸ ຈັນ​ສີ​ນາ ນຳ​ໜ້າ. ກ່າວ​ບົ​ດ​ທາບ​ທາມ​ຄວາມ​ເຫັນ​ທີ່ກອງ​ປະ​ຊຸມ, ພົນ​ຕີ ​ດົ່ງ​ດ້າຍ​ໂລກ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ຕຳຫຼວດ ເນັ້​ໜັກ​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ວຽກ​ງານ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ຜ່ານ​ຊາຍ​ແດນ​ລະ​ຫວ່າງ​ບັນ​ດາ​ແຂວງ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ, ກຳ​ປູ​ເຈຍ ແລະ ລາວ ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ. ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມີຫຼາຍ​ຮູບຫຼາຍ​ແບບ​ດ້ານ​ເນື້ອ​ໃນ ແລະ ຮູບ​ການ, ປະ​ກອບ​ສ່ວນ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ​ສວຍ​ໃຊ້​ເສັ້ນ​ທາງ​ຊາຍ​ແດນ​ລະ​ຫວ່າງ 3 ປະ​ເທດ. ຝ່າຍ ຫວຽດ​ນາມ ໄດ້​ຈັດ​ຕັ້ງ 15 ຊຸດ​ຝຶກ​ອົບ​ຮົມ​ໃຫ້​ພະ​ນັກ​ງານ​ເຮັດ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ຂອງ ກຳ​ປູ​ເຈຍ ແລະ ລາວ ລວມ 272 ຄົນ.

        ໃນ​ເວ​ລາ 2 ວັນ, ນອກ​ຈາກກອງ​ປະ​ຊຸມ 3 ຝ່າຍ​ແລ້ວ, ບັນ​ດາ​ຜູ້​ແທນ​ຂະ​ແໜງ​ຕຳຫຼ​ວດ 3 ປະ​ເທດ ຫວຽດ​ນາມ, ລາວ ແລະ ກຳ​ປູ​ເຈຍ ກໍ່​ມີ​ບັນ​ດາ​ກອງ​ປະ​ຊຸມ 2 ຝ່າຍ​ຂັ້ນ​ລັດ​ຖະ​ມົນ​ຕີ​ລະ​ຫວ່າງ ຫວຽດ​ນາມ - ກ​ຳ​ປູ​ເຈຍ, ລະ​ຫວ່າງ ຫວຽດ​ນາມ - ລາວ, ລະ​ຫວ່າງ ກຳ​ປູ​ເຈຍ - ລາວ ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ.


ຂ່າວ/ບົດ​ອື່ນ