ຫວຽດ​ນາມ - ກຳ​ປູ​ເຈຍ ສືບ​ຕໍ່​ກໍ່​ສ້າງ​ການ​ພົວ​ພັນ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ຍືນ​ຍົງຍາວ​ນານ

(VOVWORLD) -ຕອນບ່າຍວັນທີ 11 ພຶດສະພາ (ຢູ່ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ວໍຊິງຕັນ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງພິເສດ ອາຊຽນ - ອາເມລິກາ, ຢ້ຽມຢາມ ແລະ ເຮັດວຽກຢູ່ອາເມລິກາ ແລະ ສປຊ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen
ຫວຽດ​ນາມ - ກຳ​ປູ​ເຈຍ ສືບ​ຕໍ່​ກໍ່​ສ້າງ​ການ​ພົວ​ພັນ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ຍືນ​ຍົງຍາວ​ນານ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen (ພາບ: VOV)

ເມື່ອແລກປ່ຽນກ່ຽວກັບການພົວພັນ ລະຫວ່າງ ຫວຽດນາມ - ກຳປູເຈຍ, ນາຍົກລັດຖະມົນຕີສອງທ່ານໄດ້ສະແດງຄວາມພໍໃຈກ່ຽວກັບການພັດທະນາຢ່າງຕັ້ງໜ້າໃນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ເປັນຕ້ົນແມ່ນການຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກົນໄກຮ່ວມມືໃນທຸກຊ່ອງທາງ, ວົງເງິນການຄ້າສອງສົ້ນຮັກສາໄດ້ທ່າເຕີບໂຕທີ່ເປັນໜ້າຊື່ນຊົມ ໂດຍບັນລຸໄດ້ກ່ວາ 3,37 ຕື້ USD ໃນໄຕມາດທີ I/2022, ເພີ່ມຂຶ້ນ 24,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

        ເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ” ລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ, ນາຍົກລັດຖະມົນຕີ ສອງທ່ານເຫັນດີເປັນເອກະພາບເພື່ອຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງໃນ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ 2022”, ສົມທົບກັນຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ (24 ມິຖຸນາ ປີ 1967 - 24 ມິຖຸນາ ປີ 2022), ມານະພະຍາຍາມຮັກສາທ່າພັດທະນາການຄ້າ - ການລົງທຶນ, ຊຸກຍູ້ການທ່ອງທ່ຽວ, ໃນນັ້ນມີການທ່ອງທ່ຽວທາງບົກ, ນຳໃຊ້ລະບົບດ່ານຊາຍແດນຢ່າງມີປະສິດທິຜົນ ເພື່ອສ້າງຄວາມສະດວກໃຫ້ແກ່ການພົວພັນການຄ້າ ແລະ ການພົວພັນແລກປ່ຽນປະຊາຊົນ, ເສີມຂະຫຍາຍໝາກຜົນການ ຂີດຂັ້ນປັກຫຼັກໝາຍຊາຍແດນ, ສົມທົບກັນກໍ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ