ຫວຽດນາມ ຄັດຄ້ານ ຈີນ ເປີດສາຍການບິນໄປຍັງເກາະຟູ໋ເລີມຂຶ້ນກັບໝູ່ເກາະຮ່ວາງຊາ

ຫວຽດນາມ ຄັດຄ້ານ ຈີນ ເປີດສາຍການບິນໄປຍັງເກາະຟູ໋ເລີມຂຶ້ນກັບໝູ່ເກາະຮ່ວາງຊາ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທ່ານ​ເລ​ຫາຍ​ບີ​ງ

(vovworld) - ວັນ​ທີ 23/12/2016 ທີກ່ຽວຂ້ອງ​ເຖິງ​ເລື່ອງ​ວັນ​ທີ 22/12/2016, ຈີນ ​ເປີດ​ສາຍ​ການບິນພົນລະ​ເຮືອນ​ເປັນ​ປະຈຳ​​ເຖິງສະໜາມ​ບິນ​ຢູ່​ເກາະ ຟູ໋​ເລີມ, ໝູ່​ເກາະ ຮ່ວາງ​ຊາ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທ່ານ​ເລ​ຫາຍ​ບີ​ງ ຊີ້​ແຈ້ງວ່າ ​ເລື່ອງ​ຈີນ ​ເປີດ​ສະຫຼອງ​ສາຍ​ການບິນພົນລະ​ເຮືອນ​ເຖິງ ຟູ໋​ເລີມ ​ແມ່ນ​ການ​ກະທຳລ່ວງ​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ຢ່າງ​ຮ້າຍ​ແຮງ. ຫວຽດນາມ ມີ​ພະຍານ​ຫຼັກ​ຖານ​ ​ແລະ ພື້ນຖານ​ນິຕິ​ກຳອັນ​ຄົບ​ຖ້ວນ ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຕົນ​ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ກໍ່​ຄື​ໝູ່​ເກາະ ​ເຈື່ອງ​ຊາ. ທ່ານ ​ເລ​ຫາຍ​ບີ​ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ເດັດດ່ຽວ​ຄັດຄ້ານ​ການ​ກະທຳ​ດັ່ງກ່າວ ​ແລະ ຮຽກ​ຮ້ອງ ຈີນ ຢຸດ​ຕິ​ບັນດາ​ການ​ກະທຳ​ລ່ວງ​ລະ​ເມີດ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳລັບ​ໝູ່​ເກາະ ຮ່ວາງ​ຊາ.

 

ຂ່າວ/ບົດ​ອື່ນ