ຫວຽດນາມ ຄັດຄ້ານ ເລື່ອງຈີນ ດຳເນີນກໍ່ສ້າງ ຢ່າງຜິດກົດໝາຍຢູ່ອ້ອມບໍລິເວນເກາະຫີນ ກາກມາ, ທີ່ໝູ່ເກາະເຈື່ອງຊາ

ຫວຽດນາມ ຄັດຄ້ານ ເລື່ອງຈີນ ດຳເນີນກໍ່ສ້າງ ຢ່າງຜິດກົດໝາຍຢູ່ອ້ອມບໍລິເວນເກາະຫີນ ກາກມາ, ທີ່ໝູ່ເກາະເຈື່ອງຊາ - ảnh 1
ຈີນ ພວມຖົມ​ຂຸມ, ​ເປີດ​ກວ້າງ ​ແລະ ກໍ່ສ້າງ​ບາງ​ກິດ​ຈະ​ກຳ​ແບບ​ຖາວອນ​
ຢູ່​ອ້ອມ​ບໍລິ​​ເວນ​ເກາະ​ຫີນຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ຂອງ​ຫວຽດນາມ
(ພາບ: Inquirer)


(vovworld) –  ວັນ​ທີ 16/06, ​ເມື່ອ​ຕອບ​ຄຳ​ຖາມ​ຊຶ່ງ​ສະ​ເໜີ​ໃຫ້​ຮູ້​ປະຕິ​ກິລິຍາ​ຂອງ​ຫວຽດນມາມ ຕໍ່​ເລື່ອງຫວ່າງ​ແລ້ວ​ນີ້ ຈີນ ພວມຖົມ​ຂຸມ, ​ເປີດ​ກວ້າງ ​ແລະ ກໍ່ສ້າງ​ບາງ​ກິດ​ຈະ​ກຳ​ແບບ​ຖາວອນ​ຢູ່​ອ້ອມ​ບໍລິ​​ເວນ​ເກາະ​ຫີນຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ​ຂອງ​ຫວຽດນາມ, ທ່ານ​ເລ​ຫາຍ​ບິ່ງ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມຢືນຢັນ​ວ່າ: ຫວຽດນາມ ມີ​ພື້ນຖານ​ດ້ານ​ກົດໝາຍ ​ແລະ ຫຼັກ​ຖານ​ປະຫວັດສາດ​ອັນ​ຄົບ​ຖ້ວນ ​ເພື່ອ​ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຕົນ​ສຳລັບ​ໝູ່​ເກາະ​ເຈື່ອງ​ຊາ. ​ໃນ​ໄລຍະ​ຜ່ານ​ມາ, ຢູ່​ໝູ່​ເກາະ​ເຈື່ອງ​ຊາ, ຈີນ​ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ເປີດ​ກວ້າງ​ການ​ກໍ່ສ້າງກິດ​ກະ​ກຳ​ຢ່າງ​ຜິດ​ກົດໝາຍຢູ່​ອ້ອມ​ບໍລິ​​ເວນ​ເກາະ​ຫີນ ກໍ່​ຄື​ຢູ່​​ເກາະ​ແຫ່ງ​ຕ່າງໆຢູ່​ເຂດ​ໝູ່​ເກາະເຈື່ອງ​ຊາ ​ເຊິ່ງຈີນ ​ໄດ້ນຳ​ໃຊ້​ອາວຸດ​ເພື່ອ​ຢືດຄອງ​ຢ່າງ​ຜິດ​ກົດໝາຍ​ນັບ​ແຕ່​ເດືອນ 03/1988 ​ເປັນ​ຕົ້ນ​ມາ. ຫວຽດນາມ ຕັດສິນ​ໃຈ​ຄັດຄ​້ານການ​ກະທຳ​ລະ​ເມີດ​ກົດໝາຍ​ດັ່ງກ່າວ​ຂອງ​ຈີນ, ຮຽກຮ້ອງ​ຈີນ ​ເຄົາລົບ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢ່າງ​ເຂັ້ມ​ງວດ, ​ເຄົາລົບ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຫວຽດນາມ ກໍ່​ຮຽກຮ້ອງ​​ໃຫ້​ຈີນ ຢຸດຕິ​ບັນດາ​ການ​ກໍ່ສ້າງ​ເປີດ​ກວ້າງ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ໝູ່​ເກາະ​ເຈື່ອງ​ຊາ ກໍ່​ຄື​ການ​ກະທຳ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ເຮັດ​ໃຫ້​ປ່ຽນ​ແປງ​ສະພາບ​ຕົວ​ຈິງປະຈຸ​ບັນ​ຢູ່​ເຂດ​ໝູ່​ເກາະ​​ເຈື່ອງ​ຊາ ກໍ່​ຄື​ບໍລິ​​ເວນ​ອື່ນໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ກ່ຽວຂ້ອງ​ເຖິງ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ກຳມະການ​ໃນ​ຄະນະ​ລັດຖະບານ​ຈີນ ທ່ານຢາງ​ເຈຍ​ຊື້ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ເລ​ຫາຍ​ບິ່ງ ​ໃຫ້​ຮູ້​ວ່າ ນີ້​ແມ່ນ​ການ​ພົບ​ປະ​ລະຫວ່າງ​ປະທານ​ຄະນະ​ກຳ​ມະຫານ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ​ຫວຽດນາມ - ຈີນ ​ແລະ ບັນຫາ​ຮ້ານ​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ​ແນ່ນອນ​ວ່າ​ຈະ​​ໄດ້​ຮັບ​ການ​ເຕື້ອງ​ເຖິງ. ທ່ານ​ເລ​ຫາຍ​ບິ່ງ ​ເນັ້ນ​ໜັກວ່າ ຍາມ​ໃດ​ຫວຽດນາມ ກໍ່​ຢືດໝັ້ນ​ການແລກປ່ຽນ, ຊອກ​ຫາ​ທຸກວິທີ​ທາວ​ເພື່ອ​ແລກປ່ຽນ, ​ເຈລະຈາ​ກັບ​ຈີນ ​ເພື່ຶອ​ແກ້​ໄຂ​ບັນດາ​ບັນຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ຢ່າງ​ສັນຕິພາບ. ສະ​ນັ້ນ, ການ​ພົບ​ປະລະ​ຫວ່າງປະທານ​ຄະນະ​ກຳ​ມະຫານ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ ​ແນ່ນ​ອນວ່າ ຈະ​ແມ່ນ​ຊ່ອງ​​ທາງເພື່ອ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ