ຫວຽດ​ນາມ ຄ້​ວາ​ໄດ້ 3 ຫຼຽນ​ຄຳ​ໃນ​ງານ​​ມະ​ຫາ​ກຳ​ກິ​ລາ ASEAN Para Games 2022

(VOVWORLD) - ຄະນະນັກກິລາ ຫວຽດນາມ ໄດ້ທຳການແຂ່ງຂັນໃນກິລາ 8/14 ປະເພດ.
ຫວຽດ​ນາມ ຄ້​ວາ​ໄດ້ 3 ຫຼຽນ​ຄຳ​ໃນ​ງານ​​ມະ​ຫາ​ກຳ​ກິ​ລາ ASEAN Para Games 2022 - ảnh 1

 ຫຼຽນຄຳຂອງ ASEAN Para Games 2022 (ພາບ: Vnews)

   ສືບຕໍ່ຜົນງານຂອງນັກກິລາ ຫວໍ້ຮິງແອງຄວາ ໃນເນື້ອໃນລອຍນ້ຳ 400 ມ, ນັກກິລາ ເລທິຢຸງ ແລະ ເຈິ່ນກວັກຟີ ກໍ່ຄ້ວາໄດ້ 2 ຫຼຽນຄຳ ທີ່ງານມະຫາກຳກິລາຄົນພິການ ອາຊຽນ 2022 (ASEAN Para Games 2022) ພວມຈັດຂຶ້ນຢູ່ ອິນໂດເນເຊຍ.

ໄລ່ຮອດປະຈຸບັນ, ຄະນະນັກກິລາຄົນພິການ ຫວຽດນາມ ຄວ້າໄດ້ 3 ຫຼຽນຄຳທີ່ງານມະຫະກຳກິລາ ASEAN Para Games 2022, ໂດຍທິມລອຍນ້ຳຍາດໄດ້. ທີ່ ASEAN Para Games 2022, ຄະນະນັກກິລາ ຫວຽດນາມ ໄດ້ທຳການແຂ່ງຂັນໃນກິລາ 8/14 ປະເພດຄື: ແລ່ນ ແລະ ລານ, ລອຍນ້ຳ, ຍົກນ້ຳໜັກ, ຕີດອກປີກໄກ່, ປິງປອງ, ຫລີ້ນໝາກຫຸກ, ມວຍຈູໂດ ແລະ ຍິງທະນູ.

ຕອບກັບ

ຂ່າວ/ບົດ​ອື່ນ