ຫວຽດນາມ - ຈຸດພົ້ນເດັ່ນໃນສະພາບເສດຖະກິດ ອາຊີ 2019

(VOVWORLD) -  ດ້ວຍທ່າເຕີບໂຕເສດຖະກິດສູງກ່ວາ 6% ຢ່າງລຽນຕິດໃນ 2 ປີຜ່ານມາ, ຫວຽດນາມ ຄືດັ່ງແມ່ນຈຸດພົ້ນເດັ່ນທີ່ຫາຍາກໃນສະພາບການເສດຖະກິດ ອາຊີ 2019. ນີ້ແມ່ນຂໍ້ສັງເກດຂອງທ່ານນາງ Wendy Cutler ຮອງປະທານສະຖານບັນ Asia Society ທີ່ມີສຳນັກງານຕັ້ງຢູ່ນະຄອນ ນິວຢອກ, ອາເມລິກາ.

ທ່ານນາງ Cutler ຖືວ່າ: ຫວຽດນາມ ພວມກາຍເປັນສະຖານທີ່ດູດດື່ມສຳລັບບັນດານັກລົງທຶນໃນສະພາບສົງຄາມການຄ້າຄືປັດຈຸບັນ. ທ່ານນາງ Cutler ກໍ່ເນັ້ນໜັກເປັນພິເສດເຖິງ ບັນດາກາລະໂອກາດ ເຊິ່ງສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຈະນຳມາໃຫ້ ຫວຽດນາມ.

        ກ່ອນນັ້ນ, ໃນກາງເດືອນ ພະຈິກ ຜ່ານມາ, ອົງການໃຫ້ຄຳປຶກສາດ້ານເສດຖະກິດ Conference Board ກໍ່ໄດ້ຄາດຄະເນວ່າ ຫວຽດນາມ ຈະແມ່ນຈຸດພົ້ນເດັ່ນໃນສະພາບເສດຖະກິດທົ່ວໂລກ ແລະ ມີຫລາຍຂົງເຂດເພື່ອຊຸກຍູ້ການເຕີບໂຕເສດຖະກິດໃນປີ 2019. ອົງການນີ້ ຄາດຄະເນວ່າ ເສດຖະກິດ ຫວຽດນາມ ຈະບັນລຸລະດັບເຕີບໂຕ 7% ໃນປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ