ຫວຽດ​ນາມ ຈັດ​ສົ່ງ​ນາຍ​ທະ​ຫານຕື່ມ​ອີກ 4 ສະ​ຫາຍ ໄປ​ເຂົ້າ​ຮ່ວມ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ

(VOVWORLD) -  ໄລ່ມາຮອດປັດຈຸບັນ, ຫວຽດນາມ ໄດ້ຈັດສົ່ງນາຍທະຫານ, ພົນທະຫານວິຊາການທັງໝົດ 792 ເທື່ອຄົນ ຕາມຮູບແບບສ່ວນບຸກຄົນ ແລະ ກົມກອງ. 
ຫວຽດ​ນາມ ຈັດ​ສົ່ງ​ນາຍ​ທະ​ຫານຕື່ມ​ອີກ 4 ສະ​ຫາຍ ໄປ​ເຂົ້າ​ຮ່ວມ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ - ảnh 1ພິທີມອບຂໍ້ຕົກລົງ (ພາບ: TTXVN)

ຕອນບ່າຍວັນທີ 22 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ແກ່ນາຍທະຫານ 4 ສະຫາຍໄປປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບ ສປຊ ໃນຄະນະຕ່າງໆ ຢູ່ ສາທາລະນະລັດ ອາຟະລິກາກາງ, ສ.ຊູດັງໃຕ້ ແລະ ເຂດ Abyei. ໄລ່ມາຮອດປັດຈຸບັນ, ທຸກວຽກງານກະກຽມຜັນຂະຫຍາຍສຳລັບບັນດານາຍທະຫານດັ່ງກ່າວ ແມ່ນໄດ້ສຳເລັດໂດຍພື້ນຖານ, ທັງນາຍທະຫານ 4 ສະຫາຍ ລ້ວນແຕ່ໄດ້ຮັບຈົດໝາຍຮັບຮອງຈາກ ສປຊ ແລະ ມີຄວາມອຸ່ນອ່ຽນໃຈປະຕິບັດໜ້າທີ່ຂອງຕົນ, ກຳນົດໜ້າທີ່ເປັນຢ່າງດີ, ກຽມພ້ອມເດີນທາງໄປຜັນຂະຫຍາຍໜ້າທີ່ເຊິ່ງຕົນເອງໄດ້ຮັບການມອບໝາຍຢູ່ຄະນະທີ່ຕົນປະຈຳ.

        ໄລ່ມາຮອດປັດຈຸບັນ, ຫວຽດນາມ ໄດ້ຈັດສົ່ງນາຍທະຫານ, ພົນທະຫານວິຊາການທັງໝົດ 792 ເທື່ອຄົນ ຕາມຮູບແບບສ່ວນບຸກຄົນ ແລະ ກົມກອງ. ໃນຈຳນວນທະຫານ 83 ສະຫາຍ ທີ່ປະຕິບັດສຳເລັດໜ້າທີ່ກັບເມືອປະເທດນັ້ນ, ມີ 25 ສະຫາຍ ໄດ້ຮັບການຕີລາຄາຈາກ ສປຊ ວ່າ ແມ່ນໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີທີ່ສຸດ ແລະ ໄດ້ຮັບໃບຍ້ອງຍໍຈາກອົງການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ