ຫວຽດນາມ - ຈີນ ເຈລະຈາ ກ່ຽວກັບການຮ່ວມມືບົນທະເລ

ຫວຽດນາມ - ຈີນ ເຈລະຈາ ກ່ຽວກັບການຮ່ວມມືບົນທະເລ - ảnh 1
(ພາບປະກອບ)

(vovworld) - ​ໂດ​ຍປະຕິບັດ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ​ແລະ “ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກ​ການເປັນ​ພື້ນຖານ​ໃນ​ການ​ຊີ້​ນຳແກ້​ໄຂ​ບັນຫາ​ບົນ​ທະ​ເລ​ລະ​ຫວ່າງ​ຫວຽດນາມ - ຈີນ” ​ເຊິ່ງ​ໄດ້ຮັບ​ການ​ລົງ​ນາມ​​ເມື່ອ​ວັນ​ທີ 11/10/2011, ການ​ເຈລະຈາ​ຮອບທີ 3 ກຸ່ມ​ປະຕິບັດ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່ມີ​ຄວາມ​ສະດຸ​້ງ​ໄວ​ໜ້ອຍບົນ​ທະ​ເລ​ລະຫວ່າງ​ຫວຽດນາມ - ຈີນ ​ຖືກຈັດ​ຂຶ້ນ​ຢູ່​ປັກ​ກິ​ງ, ປະ​ເທດ​ຈີນ ​ໃນ​ລະ​ຫວ່າງ​ວັນ​ທີ 22 – 24/04/2013.  2 ຝ່າຍ​ໄດ້​ແລກປ່ຽນ​ຄຳ​​ເຫັນ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ກ່ຽວກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ, ຄົ້ນຄວ້າ​ວິທະຍາສາດ​ທະ​ເລ, ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ບົນ​ທະ​ເລ ​ແລະ ຫຼີກ​ລ້ຽງ, ຫຼຸດຜ່ອນ​ໄພ​ທຳ​ມະ​ຊາດ. 2 ຝ່າຍ​ເຫັນ​ດີ 3 ​ໂຄງການ​ໃຫ້​ບຸລິມະສິດ​ໃນ​ການ​ຮ່ວມ​ມື​ແມ່ນ ສົມທົບ​ກັນ​ຊອກ​ຫາກູ້​ໄພ​ກູ້​ຊີບ​ບົນ​ທະ​ເລລະຫວ່າງ​ຫວຽດນາມ - ຈີນ, ຮ່ວມ​ມື​ແລກປ່ຽນ, ຄົ້ນຄວ້າ​ກ່ຽວ​ກັບ​ການ​ຄຸ​້ມຄອງສິ່ງ​ແວດ​ລ້ອມ​ທະ​ເລ ​ແລະ ໝູ່​ເກາະ​ເຂດ​ອ່າວ​ພາກ​ເໜືອລະຫວ່າງ​ຫວຽດນາມ - ຈີນ. 2 ຝ່າຍ​ກໍ​ເຫັນ​ດີ ພ​້ອມກັນມານະ​ພະຍາຍາມສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່ມີ​ຄວາມ​ສະດຸ​້ງ​ໄວ​ໜ້ອຍ ບົນ​ທະ​ເລ​​ໂດ​ຍ​ໄວ​ລະຫວ່າງ 2 ປະ​ເທດ.

        2 ຝ່າຍ​ກໍ​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນຈະ​ດຳ​ເນີນ​ການ​ເຈລະຈາ​ຄັ້ງ​ທີ 4 ກ່ຽວ​ກັບການ​ຮ່ວມ​ມື​ໃນ​ຂົງ​ເຂດທີ່ມີ​ຄວາມ​ສະດຸ​້ງ​ໄວ​ໜ້ອຍບົນ​ທະ​ເລ​ລະຫວ່າງ​ຫວຽດນາມ - ຈີນ ​ໃນ​​ເຄິ່ງທ້າຍປ​ີ 2013 ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ