ຫວຽດນາມ ຈະ ສຳຫຼວດກຳນົດດັດ ຊະນີພຶງພໍໃຈຂອງປະຊາຊົນສຳລັບການຮັບໃຊ້ຂອງອົງການບໍລິຫານລັດ

ຫວຽດນາມ ຈະ ສຳຫຼວດກຳນົດດັດ ຊະນີພຶງພໍໃຈຂອງປະຊາຊົນສຳລັບການຮັບໃຊ້ຂອງອົງການບໍລິຫານລັດ - ảnh 1
(ພາບປະກອບ)

(vovworld) – ກວ່າ 80%, ສ່ວນ​ບຸກຄົນ, ອົງການ​ຈັດ​ຕັ້ງ​ສະ​ແດງ​ຄວາມ​ພຶງ​ພໍ​ໃຈຕໍ່ບັນດາ​ການ​ບໍລິກາ​ຂອງ​ລັດ ທີ່ກ່ຽວຂ້ອງ​ເຖິງ​ຂົງ​ເຂ​ດທີ່​ດິນ, ກໍ່ສ້າງ, ສາທາລະນະ​ສຸກ, ວັດທະນະທຳ, ການ​ລົງທຶນ. ນີ້​ແມ່ນ​ໝາກຜົນ​ການ​ສຳ​ຫຼວດຢູ່​ບັນດາ​ແຂວງ ບິ່ງ​ດິ້ງ, ຟຸ໋ທໍ້, ​ແທງ​ຮ໋ວາ. ບັນດາ​ບົດຮຽນ​ໃນ​ການ​ສຳ​ຫຼວດລະດັບ​ພຶງ​ພໍ​ໃຈ​ຕໍ່​ການ​ບໍລິການ​ຂອງ​ລັດ​ໄດ້​ຮັບ​ການ​ແບ່ງປັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ກະຊວງ​ພາຍ​ໃນ ​ແລະ ທະນາຄານ​ໂລກຈັດ​ຕັ້ງ​ໃນ​ວັນ​ທີ 20/08, ຢູ່​ຮ່​າ​ໂນ້ຍ.

        ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ຫງວຽນ​ຕ໋ຽນຢິງ ​ໃຫ້​ຮູ້​ວ່າ ​ເຖິງ​ວ່າ​ຫວຽດນາມ ບັນລຸ​ໄດ້​ບັນດາ​ຄວາມ​ກ້າວໜ້າ​ປະ​ທັບ​ໃຈ​ໃນ​ການ​ສະໜອງ​ການ​ບໍລິການ, ​ແຕ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນໃນ​ການ​ສະໜອງ​ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບ​ລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ລະຫວ່າງ​ເຂດ​ຕ່າງໆ​ໃນ​ທົ່ວ​ປະ​ເທດ. ສະ​ນັ້ນ, ການ​ປະຕິ​ຮູບດ້ານ​ບໍລິຫານ​ລັດ ຕ້ອງ​ຍູ້​ແຮງກວ່າ​ອີກ​ເພື່ອ​​ແກ້​ໄຂ​ບັນດາ​ບັນຫາ​ດັ່ງກ່າວ. ດ້ານ​ອື່ນ, ການ​ປະຕິ​ຮູບ​ດ້ານບໍລິຫານ​ລັດຍັງ​ຕ້ອງຮັບປະກັນ​ໃຫ້​ທຸກ​ຄົນ​ສາມາດ​ສຳ​ພັດ ​ແລະ ມີ​ສິດ​ໄດ້​ຊົມໃຊ້​ບັນດາ​ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບສູງສຸດຢ່າງ​ສະ​ເໝີ​ພາບ ​ແລະ ຄົບ​ຖ້ວນ.

  ​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ພາຍ​ໃນຈະ​ສືບ​ຕໍ່​ດຳ​ເນີນ​ການ​ສຳ​ຫຼວດ, ກຳນົດ​ດັດຊະນີ​​ພຶງ​ພໍ​ໃຈ​ຂອງ​ປະຊາຊົນ, ອົງການ​ຈັດ​ຕັ້ງ​ຕໍ່​ການ​ຮັບ​ໃຊ້​ຂອງ​ບັນດາ​ອົງການ​ບໍລິຫານ​​ລັດ​ເວົ້າ​ລວມ ​ໃນ​ທົ່ວ​ປະ​ເທດ. ມີບັດສຳ​ຫຼວດກວ່າ 30.000 ບັດ ຈະ​ໄດ້​ຮັບ​ການຄັດ​ເລືອກ​ເພື່ອ​ສຳ​ຫຼວດ 6 ຂົງ​ເຂດ​ບໍລິການ ຢູ່ 70 ​ເມືອງ ​ແລະ 210 ຕາ​ແສງ, ຂອງ 20 ​ແຂວງ, ນະຄອນ ຂຶ້ນ​ກັບ​ສູນ​ກາງ.

ຂ່າວ/ບົດ​ອື່ນ