ຫວຽດນາມ ຈະຍິງດາວທຽມ Vinasat 2 ໃນວັນທີ 16/5

ຫວຽດນາມ ຈະຍິງດາວທຽມ Vinasat 2 ໃນວັນທີ 16/5 - ảnh 1
ດາວທຽມ Vinasat 2 ຂອງຫວຽດນາມ ຈະໄດ້ຍິງໃນວັນທີ 16/5
(ພາບ:
Lockheed Martin )

(vovworld) - ຕອນ​ເຊົ້າ​ວັນ​ທີ 9/5, ຢູ່​ຮ່າ​ໂນ້ຍ, ກຸ່ມ​ບໍລິສັດ​ໄປສະນີ​ໂທລະ​ຄົມ​ຫວຽດນາມ ​ໄດ້​ຈັດການ​ປະຊຸມ​ຂ່າວ ປະກາດ​ເຫດການ​ຫວຽດນາມ ຈະ​ຍິງ​ດາວ​ທຽມ Vinasat 2 ​ໃນ​ເວລາ 5​ ໂມງ 13 ນາ​ທີໃນ​ວັນ​ທີ 16/5/2012 (ຕາມ​ເວລາ​ຫວຽດນາມ). Vinasat 2 ຈະ ພ້ອມ​ກັບ Vinasat 1 ສ້າງ​ເປັນ​ລະບົບ​ດາວ​ທຽມ​ທີ່​ມີ​ຄວາມ​ສາມາດ​ກຽມ​ເພື່ອກ່ຽວ​ກັບບໍລິ​ມາດ ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ລະຫວ່າງ​ບັນດາ​ດາວ​ທຽມ, ປະກອບສ່ວນ​ເພີ່ມ​ລະດັບ​ຄວາມ​ປອດ​ໄພ, ຄວາ​ມໝັ້ນຄົງ​ໃນ​ວິວັດ​ການ​ສະໜອງ​ບໍລິການ​ໂທລະ​ຄົມ​ແຫ່ງ​ຊາດ. Vinasat 2 ມີ​ຄວາມ​ສາມາດ ກະຈາຍ​ຄຶ້ນຢູ່​ຫວຽດນາມ, ລາວ, ກຳປູ​ເຈຍ, ​ໄທ ​ແລະ ສ່ວນ​ໜຶ່ງ​ຂອງ ມຽນມາ. ທ່ານ Bui Quoc Viet, ຜູ້ອຳ​ນວຍ​ການ​ສູນ​ຂໍ້​ມູນ​ຂ່າວ ​ແລະ ພົວພັນ​ມະຫາ​ຊົນ, ກຸ່ມ​ບໍລິສັດ​ໄປສະນີ​ໂທລະ​ຄົມ​ຫວຽດນາມ ​ໃຫ້​ຮູ້​ວ່າ:

“ດາວ​ທຽມ Vinasat 2 ​ເພີ່ມ​ເຕີມ ​ແລະ ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ໃຫ້​ແກ່​ພື້ນຖານ​ໂຄງ​ລ່າງ​ໂທລະ​ຄົມ​ເຂດ​ນານ​ຟ້າ. Vinasat 2 ຮັບ​ໃຊ້​ການ​ພັດທະນາ​ເສດຖະກິດ​ທະ​ເລ, ການ​ເດີນ​ທະ​ເລ ​ແລະ ຂໍ້​ມູນ​ຂ່າວສານ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ,  ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ​ແລະ ພິ​ເສດ​ແມ່ນ​ຮັບ​ໃຊ້​ການ​ພັດທະນາ​ຂະ​ແໜງ​ກະຈາຍສຽງ, ​ໂທລະພາບ. Vinasat 1 ​ແລະ 2 ລ້ວນ​ແຕ່ມີ​ເຕັກ​ໂນ​ໂລ​ຢີ​ໃໝ່​ສຸດ​​ໃນປະຈຸ​ບັນ. ​ເຂດ ​ກະຈາຍ​ຄຶ້ນຂອງ Vinasat 2 ຈະ​ເປີດ​ກ້ວາງອອກ​ສູ່​ທິດ​ຕາ​ເວັນ​ຕົກ​ຂອງ​ຫວຽດນາມ, ຕອບ​ສະໜອງ​ຄວາມ​ຕ້ອງການ​ດຳ​ເນີນ​ທຸລະ​ກິດ​ອອກ​ຕ່າງປະ​ເທດ”

ຂ່າວ/ບົດ​ອື່ນ