ຫວຽດ​ນາມ ຈະ​ພ້ອມ​ກັບ ອາ​ຊຽນ ຕັ້ງ​ໜ້າ​ໜູນ​ຊ່ວຍ ມຽນ​ມາ ຊຸກ​ຍູ້​ມາດ​ຕະ​ການ​ສັນ​ຕິ​ພາບ ແລະ ຍືນ​ຍົງ

(VOVWORLD) - ວັນທີ 06 ກຸມພາ, ຢູ່ນິວຢອກ (ອາເມລິກາ), ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດ ອາຊຽນ ປະຈຳ ນິວຢອກ ໄດ້ພົບປະກັບທ່ານ ອາລຸນແກ້ວ ກິດຕິຄຸນ, ອະດີດລັດຖະມົນຕີຫ້ອງວ່າການສຳນັກງານນາຍົກ ລາວ, ທູດພິເສດ ອາຊຽນ ກ່ຽວກັບ ມຽນມາ, ເພື່ອແຈ້ງໃຫ້ກັນຊາບ ແລະ ແລກປ່ຽນ, ຊຸກຍູ້ບັນດາມາດຕະການກ່ຽວກັບສະພາບການ ມຽນມາ.
ຫວຽດ​ນາມ ຈະ​ພ້ອມ​ກັບ ອາ​ຊຽນ ຕັ້ງ​ໜ້າ​ໜູນ​ຊ່ວຍ ມຽນ​ມາ ຊຸກ​ຍູ້​ມາດ​ຕະ​ການ​ສັນ​ຕິ​ພາບ ແລະ ຍືນ​ຍົງ - ảnh 1ພາບບັນຍາກາດກອງປະຊຸມ (ພາບ: VOV-Washington)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນ ແລະ ຕີລາຄາສູງ ລາວ ໃນບົດບາດເປັນປະທານ ອາຊຽນ ແລະ ທ່ານທູດພິເສດ ອາຊຽນ ໃນນາມສ່ວນຕົວໃນການຊຸກຍູ້ການເຈລະຈາ, ຊອກຫາມາດຕະການສັນຕິພາບ, ຍືນຍົງ, ກໍຄືມານະພະຍາຍາມຂອງ ອາຊຽນ ກ່ຽວກັບການຊ່ວຍເຫຼືອມະນຸດສະທຳຢູ່ ມຽນມາ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ມຽນມາ ຕ້ອງປະຕິບັດ “ຄວາມເຫັນດີເຫັນພ້ອມ 5 ປະການ” ເຊິ່ງ ອາຊຽນ ໄດ້ຮັບຮອງເອົາຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ໃນນັ້ນ ໃຫ້ບຸລິມະສິດສູງສຸດໃນການຢຸດຕິການໃຊ້ຄວາມຮຸນແຮງ, ຮັບປະກັນການສຳຜັດມະນຸດສະທຳໃຫ້ປະຊາຊົນທຸກຄົນ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການຊຸກຍູ້ການເຈລະຈາແບບກວມລວມ ແລະ ໄກ່ເກ່ຍ.

ປະຊາຄົມສາກົນ ຕ້ອງເພີ່ມທະວີການຮ່ວມມືກັບ ອາຊຽນ, ບັນດາອົງການ ສປຊ ໃນການປະສານງານການເຄື່ອນໄຫວການຊ່ວຍເຫຼືອມະນຸດສະທຳ, ຮັບປະກັນເຄື່ອງຊ່ວຍເຫຼືອໄດ້ສົ່ງຮອດມືປະຊາຊົນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍ. ໃນວິວັດທະນາການນັ້ນ, ປະຊາຄົມສາກົນ ຕ້ອງຮັບປະກັນການເຄົາລົບອະທິປະໄຕ, ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມເປັນເອກະພາບຂອງ ມຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ