ຫວຽດ​ນາມ ຈະ​ສືບ​ຕໍ່​ປະ​ກອບ​ສ່ວ​ນ​ຢ່າງ​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ CICA

(VOVWORLD) -ທີ່ການພົບປະກັບທ່ານປະທານສະພາສູງ Maulen Ashimbaev, ທ່ານນາງຮອງປະທານປະເທດ ຫວໍທິແອັງຊັວນ ໄດ້ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ກັບ ກາຊັກສະຖານ.
ຫວຽດ​ນາມ ຈະ​ສືບ​ຕໍ່​ປະ​ກອບ​ສ່ວ​ນ​ຢ່າງ​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ໃນ​ວຽກ​ງານ​ລວມ​ຂອງ CICA - ảnh 1ທ່ານນາງຮອງປະທານປະເທດ ຫວໍທິແອັງຊັວນ ແລະ ທ່ານປະທານສະພາສູງ Maulen Ashimbaev
(ພາບ: ກະຊວງການຕ່າງປະທດ)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ກາຊັກສະຖານ Kassym Jomart Tokayev, ວັນທີ 12 ຕຸລາ, ທ່ານນາງຮອງປະທານປະເທດ ຫວຽດນາມຫວໍທິແອັງຊວັນ ໄດ້ໄປຮອດ ກາຊັກສະຖານ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບການສົມທົບກັບກະທຳ ແລະ ບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ອາຊີ (CICA) ຄັ້ງທີ 6 ແລະ ດຳເນີນບາງການເຄື່ອນໄຫວສອງຝ່າຍຢູ່ກອງປະຊຸມນີ້.

ທີ່ການພົບປະກັບທ່ານປະທານສະພາສູງ Maulen Ashimbaev, ທ່ານນາງຮອງປະທານປະເທດ ຫວໍທິແອັງຊັວນ ໄດ້ຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ຖືການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ກັບ ກາຊັກສະຖານ. ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ສະເໜີໃຫ້ສອງຝ່າຍສົມທົບກັນເສີມຂະຫຍາຍບັນດາທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນ ດ້ວຍເລື່ອງທັງສອງປະເທດລວ້ນແຕ່ແມ່ນປະຕູເຂົ້າອອກ ຂອງພາກພື້ນ ອາຊຽນ ແລະ ອາຊີກາງ, ຍາດແຍ່ງບັນດາກາລະໂອກາດໃຫ້ເປັນຢ່າງດີຈາກສັນຍາການຄ້າເສລີ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບ (EAEU)ເຊິ່ງ ກາຊັກສະຖານແມ່ນສະມາຊິກ ກໍ່ຄືເລື່ອງສອງຝ່າຍເປີດນຳໃຊ້ເສັ້ນທາງການບິນໂດຍກົງຢ່າງເປັນທາງການ.

ທີ່ການຕ້ອນຮັບເອກອັກຄະລັດຖະທູດ Kairat Sarybay, ຜູ້ບໍລິຫານຄະນະເລຂາ CICA, ນາງຮອງປະທານປະເທດ ຫວໍທິແອັງຊວັນ ຫວັງວ່າ CICA ສືບຕໍ່ຍົກສູງຄະຕິທຳ, ເປົ້າໝາຍ ແລະ ຫຼັກການເຄື່ອນໄຫວ, ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ຢູ່ພາກພື້ນ ເພື່ອແນໃສ່ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານເຄົາລົບກົດບັດ ສປຊ ແລະ ກົດໝາຍສາກົນ ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ທ່ານນາງຮອງປະທານປະເທດກໍ່ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນວຽກງານລວມຂອງ CICA.

ຕອບກັບ

ຂ່າວ/ບົດ​ອື່ນ