ຫວຽດນາມ ຈະສ້າງສູນທຸລະກຳແຈກຢາຍຜະລິດຕະພັນປາຈາ ຢູ່ແບນຊິກ

ຫວຽດນາມ ຈະສ້າງສູນທຸລະກຳແຈກຢາຍຜະລິດຕະພັນປາຈາ ຢູ່ແບນຊິກ - ảnh 1
(ພາບປະກອບ)

(vovworld) -     ສະຫະ​ສະມາຄົມ​ຜະລິດປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫວຽດນາມ (VASEP) ພວມ​ດຳ​ເນີນ​ການ​ສ້າງ​ສູນທຸລະ​ກຳສາກົນ​ຢູ່​ລາຊະ​ອານາຈັກ​ແບນ​ຊິກ ​ເພື່ອ​ແຈກ​ຢາ​ຍຜະລິດ​ຕະພັນສິນ​ໃນ​ນ້ຳ, ​ໃນ​ນັ້ນ​ມີ​ປາຈາ​ຢູ່​ເອີ​ລົບ. ສູນທຸລະ​ກຳ​ນີ້ ຈະ​ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ປາຈາ​ ຫວຽດນາມ ຫຼີກ​ເວັ້ນສະພາບ​ແກ້ງ​ແຍ້​ງທີ່​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງເຄື່ອງໝາຍ​​ປາຈາ​ຂອງ​ ຫວຽດນາມ. ບັນດາ​ວິ​ສາ​ຫະກິດ​ຂອງ ຫວຽດນາມ ຈະ​ເຮັດ​ວຽກ​ໂດຍ​ກົງ​ກັບ​ຜູ້​ຊື້​ໃນ​ສູນທຸລະ​ກຳ. ບັນດາ​ຮູບ​ການ​ທຸລະ​ກຳ ແລະ ຊຳລະຈະ​ສ້າງ​ຄວາມສະດວກ​​ໃຫ້​ທັງ 2 ຝ່າຍ ​ແລະ ສິນ​ຈະ​ຖືກ​ສົ່ງ​ເຖິງ​ສະຖານ​ທີ່​ຈຳໜ່າຍ ​ໃນ​ຮອບ​ເວລາພຽງ 24 ຊົ່ວ​ໂມງ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ