ຫ​ວ​ຽດ​ນາມ ຊ​ຸ​ກ​ຍູ້​ ການ​ປຶກ​ສາ​ຫາ​ລື​ອັນ​ແທດ​ຈິງ​ໃນ​ຂອບ​ເຂດກອງ​ປະ​ຊ​ຸມຫຼຸດ​ຜ່ອນກ​ຳ​ລັງ​ທັບ

(VOVWORLD) -NSA ແມ່ນ ມາດຕະການທີ່ລະອຽດເພື່ອແນໃສ່ຊຸກຍູ້ວິວັດການຫຼຸດຜ່ອນກຳລັງທັບ ແລະ ບໍ່ໃຫ້ແຜ່ຂະຫຍາຍອາວຸດນິວເຄຼຍຢ່າງຮອບດ້ານ, ສວມບົດບາດສຳຄັນໃນການຮັບປະກັນການປະຕິບັດບັນດາຂໍ້ຕົກລົງກ່ຽວກັບພາກພື້ນປອດອາວຸດນິວເຄຼຍໃຫ້ມີປະສິດທິຜົນ.
ຫ​ວ​ຽດ​ນາມ ຊ​ຸ​ກ​ຍູ້​ ການ​ປຶກ​ສາ​ຫາ​ລື​ອັນ​ແທດ​ຈິງ​ໃນ​ຂອບ​ເຂດກອງ​ປະ​ຊ​ຸມຫຼຸດ​ຜ່ອນກ​ຳ​ລັງ​ທັບ - ảnh 1ວາລະປະຊຸມຄົບຄະນະຄັ້ງທີ 2ໃນຂອບເຂດ ອາຍຸການດຳລົງຕຳແໜ່ງປະທານກອງປະຊຸມຫຼຸດຜ່ອນກຳລັງທັບ (CD) ປີ 2019 ຂອງ ຫວຽດນາມ (ພາບ: TTXVN)

ໃນຂອບເຂດ ອາຍຸການດຳລົງຕຳແໜ່ງປະທານກອງປະຊຸມຫຼຸດຜ່ອນກຳລັງທັບ (CD) ປີ 2019 ຂອງ ຫວຽດນາມ, ວັນທີ 28 ມິຖຸນາ, ຢູ່ ສຳນັກງານຫ້ອງວ່າການສປຊ ຢູ່ Geneva, ປະເທດສະວິດ, ທ່ານ ເຢືອງຈີ໊ຢຸ໊ງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຄົບຄະນະຄັ້ງທີ 2, ທີ່ສຸມໃສ່ປຶກສາຫາລືຫົວຂໍ້ “ບັນດາມາດຕະການແກ້ໄຂສາກົນທີ່ມີຜົນສັກສິດເພື່ອແນໃສ່ຮັບປະກັນຄວາມປອດໄພໃຫ້ແກ່ບັນດາປະເທດທີ່ບໍ່ມີອາວຸດນິວເຄຼຍຕໍ່ໜ້າເລື່ອງນຳໃຊ້ ຫຼືນາບຂູ່ນຳໃຊ້ອາວຸດນິວເຄຼຍ (NSA)”. ນີ້ແມ່ນໜຶ່ງໃນ 4 ຫົວຂໍ້ດຳເນີນຂອງກອງປະຊຸມເຊິ່ງ ບັນດາປະເທດຈະໄດ້ສຸມໃສ່ປຶກສາຫາລືໃນອາຍຸການເປັນປະທານ ຂອງ ຫວຽດນາມ.

        ໂດຍຕາງໜ້າຄະນະ ຫວຽດນາມ, ທ່ານ ເຢືອງຈີ໊ຢຸ໊ງ ໄດ້ເນັ້ນໜັກວ່າ NSA ແມ່ນ ມາດຕະການທີ່ລະອຽດເພື່ອແນໃສ່ຊຸກຍູ້ວິວັດການຫຼຸດຜ່ອນກຳລັງທັບ ແລະ ບໍ່ໃຫ້ແຜ່ຂະຫຍາຍອາວຸດນິວເຄຼຍຢ່າງຮອບດ້ານ, ສວມບົດບາດສຳຄັນໃນການຮັບປະກັນການປະຕິບັດບັນດາຂໍ້ຕົກລົງກ່ຽວກັບພາກພື້ນປອດອາວຸດນິວເຄຼຍໃຫ້ມີປະສິດທິຜົນ, ໃນນັ້ນມີສົນທິສັນຍາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິວເຄຼຍ (SEANWFZ).

        ບັນດາປະເທດສະມາຊິກ CD ໄດ້ຕີລາຄາສູງເລື່ອງ ຫວຽດນາມ ຈັດຕັ້ງກອງປະຊຸມປຶກສາຫາລືກ່ຽວກັບ NSA, ປະກອບສ່ວນຊຸກຍູ້ການປຶກສາຫາລືຢ່າງແທດຈິງໃນຂອງເຂດກອງປະຊຸມ CD, ມຸ່ງໄປສູ່ຂໍ້ຕົກລົງທີ່ຜູກມັດກົດໝາຍສາກົນ ກ່ຽວກັບການຫຼຸດຜ່ອນກຳລັງທັບ ແລະ ຕ້ານການ ແຜ່ຂະຫຍາຍອາວຸດນິວເຄຼຍຢ່າງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ