ຫວຽດນາມ ຊ່ວຍເຫຼືອ ລາວ ກໍ່ສ້າງລະບົບຄຸ້ມຄອງລັດດ້ວຍເອເລັກໂຕນິກ

(VOVWORLD) -ເລື່ອງພັດທະນາລະບົບຄຸ້ມຄອງລັດດ້ວຍເອເລັກໂຕນິກບໍ່ພຽງແຕ່ຊ່ວຍປັບປຸງຄຸນນະພາບ, ປະສິດທິຜົນຂອງການຄຸ້ມຄອງລັດເທົ່ານັ້ນ, ຫາກຍັງ ສ້າງກາລະໂອກາດໃຫ້ທຸກພາກສ່ວນໃນສັງຄົມ ໄດ້ສໍາຜັດກັບການບໍລິການພາກລັດ ຜ່ານລະບົບເອເລັກໂຕນິກ ແລະ ດີຈີຕອນ ອີກດ້ວຍ.
ຫວຽດນາມ ຊ່ວຍເຫຼືອ ລາວ ກໍ່ສ້າງລະບົບຄຸ້ມຄອງລັດດ້ວຍເອເລັກໂຕນິກ - ảnh 1 ພິທີເປີດ (ພາບ: TTXVN)

ວັນທີ 15 ມີນາ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ລາວ ໄດ້ສົມທົບກັບກຸ່ມບໍລິສັດ ໄປສະນີ, ໂທລະຄົມມະນາຄົມຫວຽດນາມ (VNPT) ຈັດຕັ້ງພິທີເປີດນໍາໃຊ້ລະບົບຄຸ້ມຄອງເອກະສານເອເລັກໂຕນິກ (E-Office). ນີ້ແມ່ນຂີດໝາຍການຮ່ວມມືທີ່ສໍາຄັນລະຫວ່າງ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ລາວ ແລະ ກຸ່ມບໍລິສັດ VNPT ບົນພື້ນຖານບົດບັນທຶກຊ່ວຍຈໍາ ທີ່ສອງຝ່າຍໄດ້ລົງນາມ ເມື່ອເດືອນ ເມສາ 2017 ກ່ຽວກັບການນໍາໃຊ້ລັດຖະບານເອເລັກໂຕນິກ.

        ກ່າວຄໍາເຫັນທີ່ພິທີເປີດ, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ລາວ ໃຫ້ຮູ້ວ່າ ກິດຈະການຫັນເປັນທັນສະໄໝ ແມ່ນເລື່ອງທີ່ ພັກ, ລັດຖະບານ ລາວ ຖືເປັນສໍາຄັນ ແລະ ໄດ້ນໍາເຂົ້າໃນມະຕິກອງປະຊຸມໃຫຍ່ ຊຸດທີ 10 ຂອງພັກ ປະຊາຊົນປະຕິວັດ ລາວ. ເລື່ອງພັດທະນາລະບົບຄຸ້ມຄອງລັດດ້ວຍເອເລັກໂຕນິກບໍ່ພຽງແຕ່ຊ່ວຍປັບປຸງຄຸນນະພາບ, ປະສິດທິຜົນຂອງການຄຸ້ມຄອງລັດເທົ່ານັ້ນ, ຫາກຍັງ ສ້າງກາລະໂອກາດໃຫ້ທຸກພາກສ່ວນໃນສັງຄົມ ໄດ້ສໍາຜັດກັບການບໍລິການພາກລັດ ຜ່ານລະບົບເອເລັກໂຕນິກ ແລະ ດີຈີຕອນ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ