ຫວຽດນາມ ຊ່ວຍເຫຼືອ ລາວ ໃນວຽກງານປ້ອງກັນຄວາມສະຫງົບປອດໄພ ໃຫ້ແກ່ປີຮັບໜ້າທີ່ເປັນປະທານ ອາຊຽນ 2024

(VOVWORLD) - ໂດຍໄດ້ຮັບການມອບສິດຈາກ ທ່ານນາຍົກລັດຖະມົນຕີ ແລະ ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ພົນໂທ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ມອບລົດໃຫ່ຍ 20 ຄັນ...
ຫວຽດນາມ ຊ່ວຍເຫຼືອ ລາວ ໃນວຽກງານປ້ອງກັນຄວາມສະຫງົບປອດໄພ ໃຫ້ແກ່ປີຮັບໜ້າທີ່ເປັນປະທານ ອາຊຽນ 2024 - ảnh 1ພາຫະນະຮັບໃຊ້ປີ ອາຊຽນ 2024
(ພາບ:VOV)

ຕອນບ່າຍວັນທີ 18 ມີນາ, ທີ່ນະຄອນຫຼວງວຽງຈັນ, ກະຊວງຕຳຫຼວດ ຫວຽດນາມ ໄດ້ມອບບັນດາພາຫະນະຊ່ວຍເຫຼືອ ກະຊວງປ້ອງກັນຄວາມສະຫງົບ ລາວ ເພື່ອຮັບໃຊ້ວຽກງານປ້ອງກັນຄວາມປອດໄພ ໃນກອງປະຊຸມຂັ້ນສູງສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 44 ແລະ 45, ກໍ່ຄືບັນດາກອງປະຊຸມປິ່ນອ້ອມ ທີ່ລາວຮັບໜ້າທີ່ເປັນປະທານໃນປີນີ້. ໂດຍໄດ້ຮັບການມອບສິດຈາກ ທ່ານນາຍົກລັດຖະມົນຕີ ແລະ ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ພົນໂທ ເລືອງຕາມກວາງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ມອບລົດໃຫ່ຍ 20 ຄັນ, ລົດຈັກໂມໂຕ 30 ຄັນ ໃຫ້ກະຊວງປ້ອງກັນສະຫງົບລາວ ຮັບໃຊ້ວຽກງານປ້ອງກັນຄວາມສະຫງົບ, ຄວາມປອດໄພໃຫ້ບັນດາກິດຈະກຳໃນປີທີ່ລາວຮັບໜ້າທີ່ເປັນປະທານອາຊຽນ 2024. ທ່ານພົນໂທ ເລືອງຕາມກວາງ ເຊື່ອໝັ້ນວ່າ ກະຊວງປ້ອງກັນຄວາມສະຫງົບລາວ ຈະນຳໃຊ້ຍານພາຫະນະເຫຼົ່ານີ້ໄດ້ຢ່າງມີປະສິດຕິຜົນ, ປະກອບສ່ວນເຂົ້າໃນຜົນສຳເລັດລວມ ໃນປີຮັບໜ້າທີ່ເປັນປະທານອາຊຽນ 2024 ຂອງ ສປປ ລາວ.

       ຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ, ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ຕ້ອນຮັບຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ, ໂດຍທ່ານພົນໂທ ເລືອງຕາມກວາງ, ເປັນຫົວໜ້າຄະນະ. ນະທີ່ນີ້, ທ່ານພົນໂທ ເລືອງຕາມກວາງ ຢືນຢັນວ່າ ກຳລັງຕຳຫຼວດປະຊາຊົນ ຫວຽດນາມ ຍາມໃດກໍ່ພ້ອມແລ້ວໃຫ້ຄວາມຮ່ວມມື, ຊ່ວຍເຫຼືອກຳລັງຕຳຫຼວດລາວ ໃນທຸກກໍລະນີ. ພິເສດ, ກຳລັງປ້ອງກັນຄວາມສະຫງົບຂອງສອງປະເທດ ຈະຮັກສາ ແລະ ຍົກສູງຄຸນນະພາບວຽກງານການແລກປ່ຽນຂໍ້ມູນ, ກຳແໜ້ນສະພາບການ, ແລກປ່ຽນວິຊາສະເພາະ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ